ປະທານສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດລາວ ພ້ອມຈະສະໜັບສະໜູນໃຫ້ເງິນໂບນັດຢ່າງເຕັມທີ່ ເພື່ອກະຕຸ້ນໃຫ້ທັບນັກກິລາແລ່ນ-ລານຄົນພິການລາວ ສ້າງຜົນງານປະຫວັດສາດ ໄລ່ລ່າຫຼຽນຄຳ ງານມະຫະກຳກິລາ ອາຊຽນ ພາຣາ ເກມ ຄັ້ງທີ 11 ທີ່ນະຄອນໂຊໂລ ປະເທດອິນໂດເນເຊຍ ໂດຍຫຼຽນຄຳ ຈະໄດ້ຮັບເງິນ 10 ລ້ານກີບ, ຫຼຽນເງິນ 8 ລ້ານກີບ ແລະ ຫຼຽນທອງ 5 ລ້ານກີບ.

ໃນໂອກາດທີ່ໄດ້ມານຳສົ່ງ ແລະ ອວຍພອນທັບນັກກິລາລາວ ກໍຄື ທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ເດີນທາງເຂົ້າຮ່ວມ ອາຊຽນ ພາຣາ ເກມ 2022 ດ້ວຍຄວາມສະຫວັດດີພາບ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ໃຫ້ຮູ້ວ່າ: ເພື່ອເປັນການກະຕຸ້ນ ແລະ ເປັນກຳລັງໃຈໃຫ້ທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ 3 ຄົນ, ຍິງ 1 ຄົນ ທີ່ກຳລັງເຂົ້າຮ່ວມແຂ່ງຂັນງານກິລາອາຊຽນ ພາຣາ ເກມ ຄັ້ງທີ 11 ທີ່ນະຄອນໂຊໂລ ປະເທດອິນໂດເນເຊຍ ເປັນເຈົ້າພາບ ສາມາດຮັບປະກັນໃນການສ້າງຜົນງານຄັ້ງປະຫວັດສາດ ໃນການໄລ່ລ່າຫຼຽນຄຳໃນງານກິລາດັ່ງກ່າວ ທາງຄະນະບໍລິຫານງານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ພ້ອມທີ່ຈະສະໜັບສະໜູນຢ່າງເຕັມທີ່ ຖ້າຫາກນັກກິລາ ສາມາດຍາດໄດ້ ຫຼຽນຄຳ ຈະມອບໃຫ້ 10 ລ້ານກີບ, ຫຼຽນເງິນ 8 ລ້ານກີບ ແລະ ຫຼຽນທອງ 5 ລ້ານກີບ.

ການແຂ່ງຂັນກິລາແລ່ນ-ລານ ອາຊຽນພາຣາເກມ ຄັ້ງນີ້ ມີ 11 ຊາດ ໃນອາຊຽນສົ່ງເຂົ້າຮ່ວມແຂ່ງຂັນ ສະເພາະ ສປປ ລາວ ສົ່ງທັບນັກກິລາພຽງ 3 ຄົນ, ຍິງ 1 ຄົນ ລົງແຂ່ງຂັນຊີງໄຊ 9 ລາຍການ ປະກອບມີ: ທ້າວ ແກ່ນ ເທບທິດາ ແລ່ນ 100 ແມັດ, 200 ແມັດ ແລະ 400 ແມັດຊາຍ, ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ, 200 ແມັດ ແລະ 400 ແມັດຊາຍ ແລະ ນາງ ສຸລິພອນ ວົງດາລາ ແລ່ນ 100 ແມັດ, 200 ແມັດ ແລະ 400 ແມັດຍິງ ການແຂ່ງຂັນແມ່ນເລີ່ມໃນລະຫວ່າງວັນທີ 31 ກໍລະກົດ ຫາ 5 ສິງຫາ 2022.

ໂດຍ: ສົງການ ພັນແພງດີ

LEAVE A REPLY

Please enter your comment!
Please enter your name here