ແມນເຊັສເຕີ ຢູໄນເຕັດ ຢືນຢັນໜັກແໜ້ນວ່າ ຄຣິສເຕຍໂນ ໂຣນັນໂດ ຈະຕ້ອງຢູ່ກັບທີມຕໍ່ໄປໃນລະດູການໜ້າ ຂະນະທີ່ ດາວດັງຊາວປອກຕຸຍການ ກໍຢືນຢັນຈຸດຢືນຕ້ອງການຍ້າຍທີມ ຜົນຂອງການເຈລະຈາຮອບທຳອິດທີ່ສິ້ນສຸດລົງແບບຫຼົມແຫຼວ ບໍ່ສາມາດຫາທາງອອກກັນໄດ້.

ດາວເຕະອາຍຸ 37 ປີ ບໍ່ໄດ້ເດີນທາງກັບມາລາຍງານຕົວຝຶກຊ້ອມກ່ອນລະດູການ ແລະ ອອກມາປະເທດໄທແລະ ອົດສະຕຣາລີ ໂດຍໃຫ້ເຫດຜົນວ່າມີບັນຫາກ່ຽວກັບຄອບຄົວ ກ່ອນທີ່ຈະແຈ້ງກັບສະໂມສອນໃນເວລາຕໍ່ມາວ່າຕ້ອງການຍ້າຍທີມ.

ຫຼ້າສຸດ ໂຣນັນໂດ ແລະ ຮໍເກ ເມນເດຊ ຕົວແທນຄູ່ໃຈຂອງເຂົາໄດ້ເດີນທາງມາເຖິງແມນເຊສເຕີເມື່ອວັນອັງຄານ ເພື່ອເຂົ້າເຈລະຈາອະນາຄົດກັບສະພາບໍລິຫານທີ່ ແຄຣິງຕັນ.

ໂດຍມີທ່ານ ຣິຊາດ ອາໂນລ ແລະ ເຊີ ອະເລັກ ເຟີກູສັນ ກໍມາປາກົດຕົວຢູ່ທີ່ສະໜາມຝຶກຊ້ອມໃນມື້ນີ້ ແຕ່ທາງສະໂມສອນບໍ່ໄດ້ຢືນຢັນວ່າ ທັງຄູ່ມີສ່ວນຮ່ວມໃນການເຈລະຈານໍາຫຼືບໍ່ ?

ລາຍງານຄວາມຄືບໜ້າຈາກ The Telegraph ເປີດເຜີຍວ່າ ການເຈລະຈາໃນມື້ນີ້ ປະສົບຄວາມຫຼົມແຫຼວ ທັງສອງຝ່າຍຕ່າງຢຶດໝັ້ນຕໍ່ຈຸດຢືນຂອງຕົວເອງ ບໍ່ສາມາດຫາຂໍ້ສະຫຼຸບໄດ້.

ໂດຍ ໂຣນັນໂດ ຍັງຢືນຢັນຕ້ອງການຍ້າຍທີມ ເພາະຕ້ອງການຫຼິ້ນໃນ ແຊັມປຽນລີກ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ກໍຢືນຢັນຈະບໍ່ໃຫ້ນັກເຕະຍ້າຍທີມ ເພາະຢູ່ໃນແຜນການສ້າງທີມຂອງ ເທນ ຮາກ.

ຢ່າງໃດກໍຕາມ ຈາກການທີ່ ໂຣນັນໂດ ກັບຄືນມາພຽງແຕ່ເພື່ອເຈລະຈາ ບໍ່ໄດ້ລົງຝຶກຊ້ອມກັບໝູ່ຮ່ວມທີມໃນວັນອັງຄານ ຈຶ່ງບໍ່ໜ້າເປັນໄປໄດ້ທີ່ເຂົາຈະໄດ້ລົງຫຼິ້ນເກມອຸ່ນເຄື່ອງພົບກັບ ແອດເລຕິໂກ ມາດຣິດ ໃນ ອອສໂລ ໃນວັນເສົາ ແລະ ຣາໂຢ ບາເຢກາໂນ ທີ່ສະໜາມ ໂອລ ແທຣບຟອດ ໃນວັນອາທິດ.

ແລະເກືອບເປັນໄປບໍ່ໄດ້ເລີຍ ທີ່ເຂົາຈະພ້ອມຫຼິ້ໜນັດເປີດລະດູການ ພຣີເມຍລີກ ກັບ ໄບຣຕັນ ໃນວັນທີ 7 ສິງຫາ.

LEAVE A REPLY

Please enter your comment!
Please enter your name here