ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ກໍລະກົດທີ່ຜ່ານມານີ້, ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ (MTI) ໄດ້ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກພື້ນຖານ ( core CPI) ໃນເດືອນມິຖຸນາທີ່ຜ່ານມາ ເພີ່ມຂຶ້ນສູ່ລະດັບ 4,4% ເມື່ອທຽບແບບລາຍປີຈາກລະດັບ 3,6% ໃນເດືອນພຶດສະພາ ສ່ວນດັດຊະນີລາຄາຜູ້ບໍລິໂພກທົ່ວໄປ (CPI all Items) ໃນເດືອນມິຖຸນາ ເພີ່ມຂຶ້ນທີ່ລະດັບ 6,7% ເມື່ອທຽບແບບລາຍປີຈາກລະດັບ 5,6% ໃນເດືອນພຶດສະພາ.

MTI ຍັງໄດ້ເປີດເຜີຍວ່າ ດັດຊະນີ CPI ພື້ນຖານທີ່ບໍ່ລວມລາຄາໃນໝວດທີ່ພັກອາໄສ ແລະ ການຂົນສົ່ງທາງບົກຂອງເອກະຊົນ ສ່ວນດັດຊະນີ CPI ເປັນດັດຊະນີທີ່ຄຳນວນອັດຕາເງິນເຟີ້ຈາກສິນຄ້າໃນທຸກໝວດ. ບົດລາຍງານຂອງເອັມເອເອສ (MAS) ລະບຸວ່າ ດັດຊະນີ CPI ພື້ນຖານທີ່ເພີ່ມຂຶ້ນໃນເດືອນມິຖຸນາໄດ້ຮັບແຮງໜູນມາຈາກລາຄາດ້ານການບໍລິການ ອາຫານ ການຄ້າຍ່ອຍ ແລະ ສິນຄ້າອື່ນໆ ລວມເຖິງລາຄາໄຟຟ້າ ແລະ ແກ໊ສທຳມະຊາດທີ່ເພີ່ມຂຶ້ນ. MAS ລະບຸຕື່ມວ່າ ແຮງກົດດັນດ້ານເງິນເຟີ້ຂອງສິງກະໂປຈະຍັງຄົງຢູ່ໃນລະດັບສູງໃນໄລຍະຫຼາຍເດືອນຂ້າງໜ້າ ໂດຍຄາດວ່າ CPI ພື້ນຖານຈະເພີ່ມຂຶ້ນສູ່ລະດັບສູງທີ່ສຸດໃນໄຕມາດທີ 3 ກ່ອນທີ່ຈະຫົດຕົວລົງໃນໄລຍະທ້າຍປີ ສຳລັບທັງໝົດປີ 2022 ຄາດວ່າ ດັດຊະນີ CPI ທົ່ວໄປຈະຢູ່ທີ່ລະດັບ 5%-6% ແລະ ດັດຊະນີ CPI ພື້ນຖານຈະຢູ່ທີ່ 3%-4%.

LEAVE A REPLY

Please enter your comment!
Please enter your name here