Friday, September 20, 2024
Homeຂ່າວການເມືອງຄະນະ ສິລະປະກອນກອງທັບປະຊາຊົນລາວ ເຂົ້າຢ້ຽມຂໍ່ານັບຜູ້ບັນຊາການທະຫານສູງສຸດ ກອງທັບໄທ

ຄະນະ ສິລະປະກອນກອງທັບປະຊາຊົນລາວ ເຂົ້າຢ້ຽມຂໍ່ານັບຜູ້ບັນຊາການທະຫານສູງສຸດ ກອງທັບໄທ

ໃນວັນທີ 26 ກໍລະກົດນີ້, ຄະນະ ສິລະປະກອນ ກອງທັບປະຊາຊົນລາວ ເຊິ່ງ ນໍາໂດຍ ທ່ານ ພັນເອກ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງຣາຊະອານາຈັກໄທ ເນື່ອງໃນໂອກາດນຳພາ ຄະນະນັກສະແດງ ສີລະປະກອນ ກອງທັບປະຊາຊົນ ລາວ ຢ້ຽມຢາມ ແລະ ສະແດງແລກປ່ຽນວັດທະນະທຳ ຢູ່ ຣາຊະອານາຈັກ ໄທ ໃນລະຫວ່າງວັນທີ 25 -28 ກໍລະກົດ 2022.

ໂອກາດນີ້, ທ່ານ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ກໍໄດ້ຕີລາຄາສູງຕໍ່ຄະນະສີລະປະກອນກອງທັບປະຊາຊົນລາວທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວການສະແດງສິລະປະວັນນະຄະດີ, ເຊິ່ງເປັນການແລກປ່ຽນວັດທະນະທໍາລະຫວ່າງ ກອງທັບ ແຫ່ງ ຣາຊາອະນາຈັກໄທ ກັບ ກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ເປັນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງກອງທັບໃຫ້ເເໜ້ນແຟ້ນຍິ່ງໆຂື້ນ. ພ້ອມທັງອວຍພອນໃຫ້ຄະນະສິລະປະກອນ ກອງທັບ ປະຊາຊົນລາວ ທີ່ມາເຄື່ອນໄຫວການສະແດງໃນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານ ພັນເອກ ແປ້ນຄໍາ ບຸດຈັນແພງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະ ອານາຈັກໄທ ແລະ ໄດ້ລາຍງານແຜນການເຄື່ອນໄຫວຂອງຄະນະສິລະປະກອນກອງທັບປະຊາຊົນລາວທີ່ໄດ້ມາສະແດງແລກປ່ຽນວັດທະນະທໍາໃນຄັ້ງນີ້ ເຊິ່ງເປັນການ ເເລກປ່ຽນສິລະປະວັນນະ ຄະ ດີ ,ຊີວິດ ວັດທະນະທໍາ ລະຫວ່າງ ສອງກອງທັບ ລາວ-ໄທ ໂດຍຜ່ານເນື້ອຮ້ອງທໍານອງເພງ ແລະ ເຕັກນິກການສະແດງ ນອກຈາກນີ້ຍັງເປັນການໂຄສະນາເຜີຍ ແຜ່ສີລະປະການສະແດງ ແລະ ວິຖີຊີວິດ ວັດທະນະທໍາອັນດີງາມຂອງປະຊາຊົນລາວບັນດາເຜົ່າອີກດ້ວຍ.

ໂດຍ: ວິໄລພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments