ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ວັນ​ທີ 26 ​ກໍລະກົດ​ນີ້, ທ່ານບູ ຈັນ​ພິຣູ (Boo Janpiru), ຫົວໜ້າ​ກົມ​ປະກັນ​ໄພ​ກຳປູ​ເຈຍ​ ເປີດ​ເຜີຍ​ວ່າ:ອຸດສາຫະກໍາປະກັນໄພຂອງກໍາປູເຈຍມີ​ຜົນ​ການ​ດຳ​ເນີນ ​ທຸລະ​ກິດ ​ແບບ​ກ້າວ​ກະ​ໂດດ ​ໃນ​ໄລຍະ 5ປີຜ່ານມາ ​ເນື່ອງ​ຈາກ​ ມີ​ຈັງຫວະ​ ການ​ຂະຫຍາຍຕົວ ສະ​ເລ່ຍ 20% ຕໍ່​ປີ ຫລັງ​ຈາກ ​ເຂົ້າຮ່ວມ ​ວັນ​ປະກັນ​ໄພ 2022(Insurance Day 2022).ປັດຈຸບັນ ກຳປູ​ເຈຍ ມີ​ບໍລິສັດ​ປະກັນ​ໄພ ທົ່ວ​ໄປ 18​ ແຫ່ງ ບໍລິສັດປະກັນ​ຊີວິດ 14 ​ແຫ່ງ, ບໍລິສັດປະກັນ​ໄພລາຍ​ຍ່ອຍ 7​ ແຫ່ງ ​ແລະ ບໍລິສັດ ​ປະກັນ​ໄພຄືນ 1​ ແຫ່ງ ລວມທັງນາຍ​ໜ້າ​ປະກັນ​ໄພ 18​ ແຫ່ງ, ຕົວ​ແທນ​ ອົງ​ກອນ 34 ​ແຫ່ງ ​ແລະ ຜູ້​ເຈລະຈາຕົກລົງຄ່າ​ສິນ​ໄໝ​ທົດ​ແທນ 2​ ແຫ່ງ. ຕະຫລາດ​ ປະກັນ​ໄພ​ ຂອງ​ກຳປູ​ເຈຍ ມີ​ຊັບ​ສິນ​ລວມ 948 ລ້ານ​ໂດ​ລາ ​ສະຫະລັດ ​ແລະ ສ້າງ​ຕຳ​​ແໜ່​ງງານ ​ປະຈຳ ​ເກືອບ4.000 ຕຳ​ແໜ່​ງ ​ແລະ ຕຳ​ແໜ່​ງ ຊົ່ວຄາວ​ ອີກ 10.000 ຕຳ​ແໜ່​ງ.

(ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here