Friday, September 20, 2024
Homeຂ່າວຕ່າງປະເທດໂບອີງ ຕ້ອງການບຸກຄະລາກອນໃໝ່ 2,1 ລ້ານຕຳແໜ່ງອີກ 20 ປີຕໍ່ໜ້າ

ໂບອີງ ຕ້ອງການບຸກຄະລາກອນໃໝ່ 2,1 ລ້ານຕຳແໜ່ງອີກ 20 ປີຕໍ່ໜ້າ

ຕາມ​ຂ່າວ​ຈາກ ​ຊິນ​ຮວາ,ວັນ​ທີ26​ກໍລະກົດ​ນີ້, ລາຍ​ງານ​ ທ່າ​ອ່ຽງ ນັກ​ບິນ ​ແລະ ຊ່າງ​ເຕັກນິກ ປະຈຳ​ປີ 2022 ​ຂອງ​ໂບອີງ (Boeing) ຄາດ​ການ​ ຄວາມ​ຕ້ອງການ ບຸກຄະລາ​ກອນ ​ດ້ານ​ການບິນ​ໃໝ່ ຈຳນວນ 2,1 ລ້ານ​ຕຳ​ແໜ່​ງ ​ໃນ​ໄລຍະອີກ 20 ປີ​ຕໍ່ໜ້າ ​ເພື່ອ​ຮັບຮອງການ​ຟື້ນ​ໂຕ ​ຂອງ​ການ​ເດີນທາງ ​ອາກາດ ​ແບບ​ການ​ຄ້າ ​ແລະ ຕອບ​ສະໜອງ​ ການ​ເຕີບ​ໂຕ ​ໃນ​ໄລຍະ​ຍາວ.ຂະນະ​ທີ່ ອຸດສາຫະກຳ​ ແບບ​ການ​ຄ້າ ຈຳ​ເປັນຕ້ອງ​ ມີ​ນັກ​ບິນ 602.000 ຕຳ​ແໜ່​ງ, ພະນັກງານ​ບຳລຸ​ງຮັກສາ 610.000 ຄົນ ​ແລະ ລູກ​ເຮືອ 899.000ຄົນ ​ເພື່ອ​ຮອງ​ຮັບ ​ການບິນແບບ​ການ​ຄ້າ​ທົ່ວ​ໂລກ​ໃນ​ຕໍ່ໜ້າ.

ສຳລັບ ​ປີ​ນີ້ ນັກ​ບິນ ​ແລະ ຊ່າງ​ເຕັກນິກ ມີ​ຄວາມ​ຕ້ອງການ​ ເພີ່ມ​ຂຶ້ນ 3,4% ຈາກ​ປີ​ກາຍ ​ໂດຍ​ຈີນ,​ເອີຣົບ ​ແລະ ອາ​ເມ​ລິ​ກາ​ເໜືອ ກວມ​ເອົາ ​ອັດຕາ​ສ່ວນ​ກວ່າ​ ເຄິ່ງໜຶ່ງ ຂອງ​ຄວາມ​ຕ້ອງການ ບຸກຄະລາ​ກອນ​ໃໝ່​ ທັງ​ໝົດ.ຂະນະ​ທີ່ ​ພາກ​ພື້ນ ຂະຫຍາຍຕົວ ​ໄວ​ທີ່​ສຸດ​ຄື: ອາ​ຟຣິກາ,ອາຊີ​ ຕາ​ເວັນ​ອອກ ​ສ່ຽງ​ໃຕ້ ​ແລະ ອາຊີ​ໃຕ້ ຄາດ​ວ່າຈະ​ຂະຫຍາຍຕົວຫລາຍ​ກວ່າ4%.

ສ່ວນ​ຄາດ​ການ ຄວາມ​ຕ້ອງການ ​ນັກ​ບິນ, ຊ່າງ​ເຕັກນິກ ​ແລະ ລູກ​ເຮືອ​ໃໝ່​ ໃນ​ຈີນ ​ໄລຍະ 20ປີ​ ຕໍ່ໜ້າ ຈະ​ຢູ່ 126.000 ຕຳ​ແໜ່​ງ,124.000 ຕຳ​ແໜ່​ງ ​ແລະ 162.000 ຕຳ​ແໜ່​ງ ຕາມ​ລຳດັບ./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments