ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ປິດລົງວັນທີ 26 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງ ນວ ໂດຍການເປັນ ປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ບັນດາທ່ານ ການນໍາພັກ-ລັດ ຂັ້ນ ນວ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍທ່ານ ສະມາຊິກສະພາປະຊາຊົນ ນວ ແຂກຖືກເຊີນ.

ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວປິດກອງຊຸມຄັ້ງນີ້ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ດໍາເນີນມາ ເປັນເວລາ 4 ວັນ ຊິ່ງເຕັມໄປດ້ວຍບັນຍາກາດອັນ ຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງມີເຫດຜົນ, ມີເນື້ອໃນທີ່ເລິກເຊິ່ງ, ລະອຽດຖີ່ຖ້ວນ, ມີຄວາມເປັນເອກະພາບສູງ ຂອງບັນດາ ສສຊ ແລະ ສສນວ, ໃນຖານະເປັນຕົວແທນ ຂອງປະຊາຊົນຊາວ ນວ ໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາ ຄັນຕ່າງໆ ຂອງ ນວ ດັ່ງນີ້: 1.​ ກອງປະຊຸມໄດ້ຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າຄອງ ນວ ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2022 ຊຶ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງອົງການປົກຄອງ ນວ ທີ່ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ດ້ວຍຄວາມຮັບຜິດຊອບສູງ, ໃນສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ການອ່ອນຄ່າຂອງເງິນກີບ, ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ, ການສະໜອງນໍ້າມັນເຊື້ອໄຟມີຄວາມຈໍາກັດ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມ, ເຖິງຢ່າງໃດກໍຕາມ ອົງການປົກຄອງ ນວ ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ສືບຕໍ່ເຕີບໂຕ ແລະ ສາມາດປະຄັບປະຄອງ ເສດຖະກິດ ບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ ສະພາບການພັດທະນາເສດຖະກິດ-ສັງຄົມ ຄ່ອຍໆຟື້ນຕົວດີຂຶ້ນ ເທື່ອລະກ້າວ.

2.​ ຮັບຮອງເອົາດ້ານຫຼັກການກ່ຽວກັບ ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງ ນວ, ກອງປະຊຸມມອບໃຫ້ອົງການປົກຄອງ ໄດ້ສືບຕໍ່ປັບປຸງຕາມ ການປະກອບຄໍາເຫັນຂອງກອງປະຊຸມ, ຫຼັງຈາກນັ້ນ ໃຫ້ນໍາເອົາຮ່າງແຜນດັ່ງກ່າວສະເໜີຕໍ່ກະຊວງກ່ຽວຂ້ອງ ແລະ ລັດຖະບານ ເພື່ອພິຈາລະນາຕົກລົງແລ້ວຈຶ່ງສືບຕໍ່ຄົ້ນຄວ້າເປັນຂໍ້ຕົກລົງ ຫຼື ນິຕິກໍາຂອງອົງການປົກຄອງ ເພື່ອສະເໜີ ສປນວ ນໍາເຂົ້າພິຈາລະນາໃນກອງປະຊຸມຄັ້ງຕໍ່ໄປ.​

3.​ ຮັບຮອງເອົາບົດລາຍງານຜົນການຈັດ ຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6​ ເດືອນທ້າຍປີ 2022 ຂອງ ສປນວ. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເປັນເອກະພາບ ກັບບັນດາຜົນງານ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ທີ່ໄດ້ລາຍງານຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຄະນະປະຈໍາ ສປນວ ຄະນະກໍາມະການ ແລະ ສສນວ ຈົ່ງໄດ້ສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຜນການ 6 ເດືອນທ້າຍປີ 2022 ໃຫ້ບັນລຸຄາດໝາຍຕ່າງໆ ໂດຍສະເພາະ 3 ພາລະບົດບາດຕົ້ນຕໍ ຂອງ ສປນວ ເພື່ອຍົກສູງຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ການຈັດຕັ້ງປະຕິບັດພາລະບົດບາດ ຂອງ ສປນວ ໃຫ້ນັບມື້ນັບພົ້ນເດັ່ນສູງຂຶ້ນ.

4.​ ຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ ວົງໄຊ ພົມມີໄຊ ຮອງຫົວໜ້າພະແນກ ການຕ່າງປະເທດ ນວ ເປັນຫົວໜ້າພະແນກການຕ່າງປະເທດ ນວ ປ່ຽນແທນ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ທີ່ຄວບຕຳແໜ່ງ ຫົວໜ້າພະແນກການຕ່າງປະເທດ ນວ ແລະ ຮັບຮອງເອົາການ ແຕ່ງຕັ້ງ ທ່ານ ສົມບູນ ອາຄະວົງສາ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ປ່ຽນແທນ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທີ່ຈະພັກການຮັບອຸດໜູນບຳນານ ຕາມລະບຽບການ.

ນອກນີ້ກອງປະຊຸມໄດ້ຮັບຟັງການລາຍງານ ຊີ້ແຈງບາງວຽກງານສໍາຄັນພື້ນຖານ ຂອງ ນວ ເປັນຕົ້ນ: ບັນຫາການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມ ການຜະລິດ ເປັນສິນຄ້າພາຍໃນ ບັນຫາຄວາມຊັກຊ້າ ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງເສັ້ນທາງ ແຕ່ບ້ານດອນນົກຂຸ້ມ ຫາ ບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ ແລະ ບັນຫາອຶ່ນທີ່ຕິດພັນກັບສອງວາລະແຫ່ງຊາດ.

ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ເຂົ້າສູ່ວຽກງານ ຕົວຈິງ ແມ່ນໝາກຜົນຂອງສະຕິປັນຍາ ການຍົກສູງຄວາມຮັບຜິດຊອບການເມືອງ ຄວາມເປັນເຈົ້າການ ຂອງບັນດາທ່ານ ສສຊ ແລະ ສສນວ ໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ພື້ນຖານຂອງ ນວ ແມ່ນການຕັດສິນໃຈຂອງອົງການປົກຄອງ ບັນດາພະແນກການ ອົງການທີ່ກ່ຽວຂ້ອງ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນການ ທີ່ແຕ່ລະອົງການໄດ້ຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ແສງຈັນ

LEAVE A REPLY

Please enter your comment!
Please enter your name here