ກອງປະຊຸມຄະນະປະສານງານວຽກງານຍຸຕິທຳສຳລັບເດັກຂັ້ນສູນກາງ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ຊຶ່ງມີ ຄະນະກອງເລຂາ ແລະ ຜູ້ຕາງໜ້າອົງການອຸຍນີເຊັບ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທຳສຳລັບເດັກ ປີ 2021 ແລະ ທິດທາງແຜນການປີ 2022 ອົງການໄອຍະການປະຊາຊົນສູງສຸດ, ການຈັດຕັ້ງປະຕິບັດວຽກງານຍຸຕິທຳສຳລັບເດັກ ປີ 2021 ແລະ ທິດທາງແຜນການ ປີ 2022 ກະຊວງຍຸຕິທຳ,ການຈັດຕັ້ງປະຕິບັດວຽກງານຍຸຕິທຳສຳລັບເດັກປີ 2021 ແລະ ທິດທາງແຜນການປີ 2022 ກະຊວງປ້ອງກັນຄວາມສະຫງົບ ແລະ ການຈັດຕັ້ງປະຕິບັດວຽກງານຍຸຕິທຳສຳລັບເດັກປີ 2021 ແລະ ທິດທາງແຜນການປີ 2022 ສານປະຊາຊົນສູງສຸດ ແລະ ຕາງໜ້າ ອົງການອຸຍນີເຊັບ ລາຍງານທິດທາງການສະໜັບສະໜູນ ຕໍ່ການປະຕິບັດບັນດາກິດຈະກຳ ປີ 2022

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ໄລຍະຜ່ານມາລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກ ຊຶ່ງສະແດງອອກໃນການສ້າງບັນດາກົດໝາຍ,ນິຕິກຳ, ລະບຽບການ, ກົນໄກ ແລະ ແຜນງານແຫ່ງຊາດ ໃນການເຄື່ອນໄຫວວຽກງານຍຸຕິທຳສຳລັບເດັກ. ນອກຈາກນັ້ນ ຍັງໄດ້ເຂົ້າເປັນພາຄີສົນທິສັນຍາສາກົນຫຼາຍສະບັບ ທີ່ກ່ຽວຂ້ອງກັບເດັກທັງໃນລະດັບພາກພື້ນ ແລະ ສາກົນ,ສະນັ້ນ ຈຶ່ງເວົ້າໄດ້ວ່າວຽກງານຍຸຕິທຳສຳລັບເດັກເປັນວຽກໜຶ່ງທີ່ມີຄວາມສຳຄັນສຳລັບທຸກຂົງເຂດ ໂດຍສະເພາະແມ່ນຂົງເຂດປົກປ້ອງກົດໝາຍ ຊຶ່ງຍາມໃດລັດຖະບານກໍໄດ້ເອົາໃຈໃສ່ເປັນພິເສດ ແລະ ໄດ້ລະດົມທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງວຽກງານດັ່ງກ່າວ ໂດຍສະເພາະແມ່ນອົງການອຸຍນີເຊັບ (UNICEP) ທີ່ໄດ້ໃຫ້ການສະໜັບສະໜູນ.

(ຂໍ້ມູນຂ່າວ: ອົງການໄອຍະການປະຊາຊົນສູງສຸດ)

LEAVE A REPLY

Please enter your comment!
Please enter your name here