Home ຂ່າວພາຍໃນ ທາງລົດໄຟ ລາວ-ຈີນ ບວກກັບການທ່ອງທ່ຽວຜົນຮັບຈະໄດ້ຫຍັງ?

ທາງລົດໄຟ ລາວ-ຈີນ ບວກກັບການທ່ອງທ່ຽວຜົນຮັບຈະໄດ້ຫຍັງ?

0
372

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ເມື່ອບໍ່ດົນ ມານີ້, ງານຊື້-ຂາຍການທ່ອງທ່ຽວສາກົນຈີນ 2022 ໄດ້ຈັດຂຶ້ນຢູ່ນະຄອນ ຄຸນມິງ ແຂວງຢຸນນານ ສປ ຈີນ. ຕາມຂ່າວແຈ້ງວ່າ: ງານຊື້-ຂາຍເທື່ອນີ້ໄດ້ ຈັດການເຄື່ອນໄຫວໂຄສະນາການທ່ອງທ່ຽວ ວັດທະນະທຳ ຈີນ-ລາວ ໂດຍສະເພາສອງປະເທດລາວ-ຈີນ ຮ່ວມກັນອອກແຮງໂຄສະນາ ຊັບພະຍາກອນທ່ອງທ່ຽວດ້ານວັດທະນະທຳອັນອຸດົມສົມບຸນທີ່ລຽບຕາມ ທາງລົດໄຟ ລາວ-ຈີນ.

ສົ້ນເໜືອຂອງທາງລົດໄຟ ລາວ-ຈີນ ເລີ່ມຈາກນະຄອນຄຸນໝິງ ແລະ ສົ້ນໃຕ້ໄປຮອດນະຄອນຫລວງວຽງຈັນ ສປປ ລາວ ເຂດທີ່ລຽບຕາມທາງ ລົດໄຟດັ່ງກ່າວແມ່ນໜຶ່ງໃນເຂດທີ່ມີຊັບພະຍາກອນທ່ອງທ່ຽວອຸດົມສົມບູນທີ່ສຸດໃນໂລກ. ສະຖານທີ່ທ່ອງທ່ຽວເຊັ່ນ: ວຽງຈັນ, ວັງວຽງ, ຫລວງພະບາງ ແລະສະຖານທີ່ອື່ນໆລ້ວນແຕ່ໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ຽວ ຈີນ. ສ່ວນທິວທັດທີ່ສວຍງາມ ແລະປະຫວັດສາດວັດທະນະທຳຈີນ ທີ່ເລິກ ເຊິ່ງກໍໄດ້ດຶງດູດນັກທ່ອງທ່ຽວລາວ. ຖ້າວ່າເອີ້ນຊັບພະຍາກອນທ່ອງທ່ຽວ ດ້ານວັດທະນະທຳຢູ່ເຂດລຽບຕາມທາງລົດໄຟ ລາວ-ຈີນ ວ່າເປັນໄຂ່ມຸກ ຫລາຍເມັດ, ທາງລົດໄຟ ລາວ-ຈີນ ກໍຄື ເສັ້ນໃໝຄຳ ທີ່ກອດກ້ຽວໄຂ່ມຸກ ເຫລົ່ານີ້ເອົາໄວ້.

ພາຍຫລັງທາງລົດໄຟ ລາວ-ຈີນ ເປີດການນຳໃຊ້ເປັນຕົ້ນມາ ການຂົນ ສົ່ງຜູ້ໂດຍສານ ແລະການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການທ່ອງ ທ່ຽວລຽບຕາມທາງລົດໄຟ ລາວ-ຈີນກໍສະແດງໃຫ້ເຫັນຈຸດເດັ່ນຢ່າງຫລວງ ຫລາຍ. ນັບມາຮອດຕົ້ນເດືອນກໍລະກົດນີ້, ທາງລົດໄຟລາວ-ຈີນ ລວມທັງ ການໄດ້ຂົນສົ່ງຜູ້ໂດຍສານ 4,11 ລ້ານເທື່ອຄົນ, ໃນນັ້ນທາງລົດໄຟ ລາວ-ຈີນ ຕອນຢູ່ປະເທດຈີນ ຂົນສົ່ງຜູ້ໂດຍສານໄດ້ 3,57 ລ້ານເທື່ອຄົນ, ຕອນຢູ່ ປະເທດລາວ ຂົນສົ່ງຜູ້ໂດຍສານໄດ້ 5,4 ແສນເທື່ອຄົນ.

ທາງລົດໄຟ ລາວ-ຈີນ ຕອນຢູ່ປະເທດຈີນ ໄດ້ເຊື່ອມຕໍ່ກັບນະຄອນ ຄຸນມິງ, ນະຄອນຢວີ້ຊີ່, ນະຄອນຜູເອີ ແລະກິ່ງແຂວງສິບສອງພັ່ນນາ ຂອງແຂວງຢຸນນານ, ມີເຜົ່າຮັ້ນ, ເຜົ່າຢີ, ເຜົ່າຮານີ, ເຜົ່າລື້ ແລະອື່ນໆ ຫລາຍຊົນເຜົ່າອາໄສຢູ່ສີ່ເຂດດັ່ງກ່າວ, ທາງລົດໄຟ ລາວ-ຈີນ ເປີດການນຳ ໃຊ້ໄດ້ເພີ່ມແມ່ແຮງໃໝ່ໃຫ້ແກ່ການພັດທະນາເສດຖະກິດລຽບຕາມ ຊາຍແດນພາກຕາເວັນຕົກສ່ຽງໃຕ້ຂອງຈີນ. ເຊັ່ນ: ບ້ານມ້ານຈາງ ເຊິ່ງເປັນບ້ານເຜົ່າລື້ ທີ່ມີມູນເຊື້ອຕັ້ງຢູ່ໃກ້ສະຖານີລົດໄຟ ເຢຍຊ້ຽງກູ ຂອງທາງລົດໄຟ ລາວ-ຈີນ, ໃນຫລາຍປີມານີ້, ບ້ານມ້ານຈາງ ໄດ້ດຶງດູດ ນັກທ່ອງທ່ຽວດ້ວຍໂຄງການມໍລະດົກວັດທະນະທຳ ນາມມະທຳ ຫລາຍ ໂຄງການ. ພາຍຫລັງທາງລົດໄຟ ລາວ-ຈີນ ເປີດການນຳໃຊ້ແລ້ວ, ນັກທ່ອງທ່ຽວທີ່ໄປທ່ຽວບ້ານມ້ານຈາງ ນັບມື້ນັບຫລາຍຂຶ້ນ, ບ້ານພັກ ແລະຮ້ານອາຫານຂອງບ້ານນີ້ກໍນັບມື້ນັບຫລາຍຂຶ້ນ ແລະຊາວບ້ານ ກໍນັບມື້ນັບຮັ່ງມີຂຶ້ນເຊັ່ນກັນ.

ພ້ອມກັນນັ້ນ, ຢູ່ທາງລົດໄຟ ລາວ-ຈີນ ຕອນຢູ່ປະເທດລາວ, ການເປີດ ການນຳໃຊ້ທາງລົດໄຟ ກໍໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ ລາວ ທີ່ອາໄສລຽບຕາມທາງລົດໄຟດັ່ງກ່າວ. ຄຽງຄູ່ກັບທາງລົດໄຟ ລາວ-ຈີນ ເປີດການນຳໃຊ້ຢ່າງເປັນທາງການ ຈາກນະຄອນຫລວງວຽງຈັນ ເຖິງຊາຍ ແດນລາວ-ຈີນ ໃຊ້ເວລາຈາກ 2 ມື້ຫລຸດລົງເປັນສາມຊົ່ວໂມງເຄິ່ງ. ຕອນເຊົ້າ ເດີນທາງອອກຈາກນະຄອນຫລວງວຽງຈັນ ສາມາດໄປຮອດນະຄອນ ຄຸນມິງຂອງຈີນ ໃນຕອນບ່າຍ; ການເຊື່ອມຈອດກັນລະຫວ່າງຈີນກັບລາວ ໄດ້ບັນລຸການພັດທະນາແບບກ້າວກະໂດດ. ບໍ່ວ່ານະຄອນຫລວງວຽງຈັນ, ເຂດວັງວຽງ ຫລືວ່າເມືອງບໍ່ເຕັນ ທີ່ຢູ່ຊາຍແດນລະຫວ່າງສອງ ປະເທດລາວ-ຈີນ ລ້ວນແຕ່ໄດ້ນັບມື້ນັບພັດທະນາດີຂຶ້ນ, ຮ້ານອາຫານ, ບ້ານພັກ ແລະຮ້ານຄ້າຕ່າງໆໄດ້ຮັບແຂກຫລາຍຂຶ້ນ. ໃນໄລຍະພັກເຂົ້າ ພັນສາປີນີ້, ນັກທ່ອງທ່ຽວໄທ ທີ່ເຂົ້າມາທ່ຽວປະເທດລາວ ໄດ້ເພີ່ມຂຶ້ນໜຶ່ງ ເທົ່າ, ທາງລົດໄຟ ລາວ-ຈີນ ກໍໄດ້ກາຍເປັນທາງເລືອກໃໝ່ທີ່ໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວໄທ. ເມື່ອກ່ອນນີ້ບໍ່ດົນ, ລັດຖະບານລາວ ໄດ້ກ່າວ ວ່າ: ທາງລົດໄຟ ລາວ-ຈີນ ໄດ້ດຶງດູດນັກທ່ອງທ່ຽວຫລາຍກວ່າເກົ່າ, ປະເທດ ລາວຈະພະຍາຍາມຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 3 ລ້ານເທື່ອຄົນໃນ ປີນີ້.

ໂດຍແນໃສ່ຄວາມຕ້ອງການອອກເດີນທາງຫລາຍຮູບການຂອງ ປະຊາຊົນລາວ, ບໍລິສັດທາງລົດໄຟ ລາວ-ຈີນ ທີ່ຮັບຜິດຊອບການແລ່ນ ລົດໄຟ ລາວ-ຈີນ ຕອນປະເທດລາວ ໄດ້ເພີ່ມຖ້ຽວລົດໄຟຈາກວຽງຈັນ ຫາບໍ່ເຕັນ ທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງມີລາຄາປີ້ອ່າວຖືກ, ພ້ອມກັນນັ້ນໄດ້ເປີດຂະບວນລົດໄຟຄວາມໄວສູງຈາກນະຄອນຫລວງ ວຽງຈັນ ຫາ ຫລວງພະບາງ ແລະເມືອງໄຊ, ເພື່ອຍົກສູງຄວາມສາມາດ ການຂົນສົ່ງຜູ້ໂດຍສານ ແລະສະໜອງທາງເລືອກຫລາຍຢ່າງດ້ານ ອອກເດີນທາງໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດລຽບຕາມທາງລົດໄຟ.

ປະເທດຈີນ ແລະ ປະເທດລາວ ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຂະແໜງການທ່ອງທ່ຽວແມ່ນໜຶ່ງໃນຂົງເຂດຮ່ວມມືຫລາຍທີ່ສຸດຂອງການຮ່ວມມື ລະຫວ່າງສອງປະເທດມາເປັນໄລຍະດົນນານມານີ້. ໃນຕໍ່ໜ້າ, ຄຽງຄູ່ ກັບທາງລົດໄຟ ລາວ-ຈີນ ຂະຫຍາຍກວ້າງອອກສາມາດເຊື່ອມຕໍ່ປະເທດໄທ ຈົນເຖິງ ມາເລເຊຍ ແລະສິງກະໂປ, ຮອດເວລານັ້ນ, ປະເທດຕ່າງໆຂອງເຂດ ອາຊີຕາເວັນອອກສຽງໃຕ້ລ້ວນແຕ່ຈະໄດ້ຮັບໂອກາດພັດທະນາໃໝ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here