Friday, September 20, 2024
Homeທຸລະກິດອັດຕາເງິນເຟີ້ ໃນສິງກະໂປ ເພີ່ມຂຶ້ນ ລະດັບ4,4%

ອັດຕາເງິນເຟີ້ ໃນສິງກະໂປ ເພີ່ມຂຶ້ນ ລະດັບ4,4%

ຕາມ​ຂ່າວ​ຈາກ ​​ເວັບ​ໄຊ bangkokbiznews, ສິງກະ​ໂປ ​​ເປີດເຜີຍ ດັດ​ຊະນີ ລາຄາ​ ຜູ້​ບໍລິ​ໂພ​ກ ພື້ນຖານ (core CPI)​ເດືອນ​ມິຖຸນາ ​ເພີ່ມຂຶ້ນ​ ສູ່​ລະດັບ 4,4% ​ເມື່ອ​ທຽບ​ໃສ່​ຕໍ່​ປີ ຈາກ​ລະດັບ 3,6% ​ໃນ​ເດືອນ​ພຶດສະພາ ສ່ວນ​ດັດຊະນີ CPI ທົ່ວໄປ (CPI-All Items) ໃນເດືອນມິຖຸນາ ເພີ່ມຂຶ້ນເປັນ 6,7% ​ເມື່ອ​ທຽບ​ໃສ່​ຕໍ່​ປີ ຈາກ 5,6%ໃນເດືອນ ພຶດສະພາ ພາຍ​ຫລັງ ກະຊວງການ​ຄ້າ ​ແລະ ອຸດສາຫະກຳ ສິງກະ​ໂປ ​ເປີດ​ເຜີຍ ​ໃນ​ວັນ​ທີ25​ ກໍລະກົດ​ນີ້​ວ່າ: ດັດຊະນີ CPI ພື້ນຖານ ບໍ່​ລວມ ລາຄາ ​ໃນ​ໝວດ​ທີ່​ພັກອາ​ໄສ ​ແລະ ການ​ຂົນ​ສົ່ງ ​ທາງບົກ ​ຂອງ​ເອກະ​ຊົນ ສ່ວນ​ດັດຊະນີ CPI ເປັນດັດ​ຊະນີ ທີ່​ຄຳນວນ​ເງິນ​ເຟີ້ ຈາກ​ສິນຄ້າ​ ໃນ​ທຸກ​ໝວດ.ຂະນະ​ທີ່ ​ແຮງ​ກົດ​ດັນ ດ້ານ​ເງິນ​ເຟີ້ ຂອງ​ສິງກະ​ໂປ ຈະ​ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ ​ໃນ​ໄລຍະ​ຫລາຍ​ ເດືອນ​ຕໍ່​ໜ້າ ​ໂດຍ​ຄາດ​ວ່າ CPI ພື້ນຖານ ຈະ​ເພີ່ມ​ຂຶ້ນ​ ໃນ​ລະດັບ​ສູງ​ ໃນ​ໄຕ​ມາດ​ທີ3 ກ່ອນ​ທີ່​ຈະ ​ປັບ​ຕົວ​ ຫລຸດ​ລົງ ​ໃນ​ທ້າຍ​ປີ. ສຳລັບ ​ປີ​ນີ້ ຄາດ​ວ່າ CPI ທົ່ວ​ໄປ ​ຈະ​ຢູ່​ ລະດັບ5-6% ​ແລະ ດັດຊະນີ CPI ພື້ນຖານ ຈະ​ຢູ່ ​ລະດັບ3-4%.

(ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments