Friday, September 20, 2024
Homeຂ່າວຕ່າງປະເທດອີຢູ ອະນຸມັດວັກຊິນປ້ອງກັນພະຍາດໝາກສຸກລີງ

ອີຢູ ອະນຸມັດວັກຊິນປ້ອງກັນພະຍາດໝາກສຸກລີງ

ສຳນັກ​ຂ່າວ ຣອຍ​ເຕີ,ບໍລິສັດ ບາ​ວາ​ຮຽນ ນໍ​ດິກ (Bavarian Nordic), ບໍລິສັດ ເຕັກໂນໂລຢີ ຊີວະພາບ ຂອງດານມາກ ​ເປີດ​​ເຜີຍ​ ໃນ​ວັນ​ທີ25 ​ກໍລະກົດ​ນີ້​ວ່າ: ຄະນະ ກໍາມະການ ເອີຣົບ (EC) ໄດ້ອະນຸມັດ ​ໃນ​ວັກຊິນ ອິມວາ​ເນັກ (Imvanex) ເປັນຢາຕ້ານ ພະຍາດ ໝາກ​ສຸກ​ລີ ຜະລິດ​ໂດຍ ບາ​ວາ​ຮຽນ ນໍ​ດິກ (Bavarian Nordic) ຕາມຄໍາແນະນໍາ ຂອງອົງການ ຢາ​ແຫ່ງ ເອີຣົບ (EMA) ຫລັງ​ຈາກ ​ປະກາດ ​ພະຍາດ​ນີ້ ​ເປັນ​ສະພາວະ​ ສຸກ​ເສີນ​ ດ້ານ​ສາທາລະນະ​ສຸກ​ ສາກົນ.

ວັກ​ຊິນ​ ດັ່ງກ່າວ ​ເປັນ​ວັກ​ຊິນພຽງ​ຊະນິດ​ດຽວ ທີ່​ໄດ້​ຮັບ​ອະນຸມັດ ສຳລັບ​ການ​​ໃຊ້​ເພື່ອ​ປ້ອງ​ກັນພະຍາດໝາກສຸກ​ລີງ ​ໃນ​ ສ.ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ ສ່ວນ​ໃນ​ສະຫະ​ພາບ​ເອີຣົບ (ອີ​ຢູ) ອະນຸມັດ​ໃຫ້​ໃຊ້​ເພື່ອ​ປິ່ນປົວ​ພະຍາດ​ນີ້​ ເທົ່າ​ນັ້ນ.

(ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments