ຕອນບ່າຍວັນທີ 25 ກໍລະກົດ 2022 ທີ່ສໍານັກນາຍົກລັດຖະມົນຕີ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດ ຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫລງຕໍ່ສືມວນຊົນ ເຖິງ ຜົນສໍາເລັດຂອງພື້ນຖານໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບາງຕອນສໍາຄັນ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ປັດຈຸບັນ, ສະພາບການຕິດເຊື້ອ ແລະ ເສຍຊີວິດ ຈາກການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໂດຍລວມ ແມ່ນມີທ່າອ່ຽງຫຼຸດລົງ,ແຕ່ກໍຍັງເຫັນຢູ່ບາງປະເທດ ທີ່ມີການລະບາດໃນຮອບໃໝ່. ສໍາລັບ ຢູ່ສປປ ລາວ ຂອງພວກເຮົາ, ການລະບາດຂອງພະຍາດໂຄວິດ- 19 ແມ່ນເລີ່ມຂຶ້ນໃນຕົ້ນປີ 2020ຈົນມາເຖິງປະຈຸບັນ. ລັດຖະບານ ເລີ່ມແຕ່ຫົວທີ ໄດ້ສຸມໃສ່ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ພ້ອມທັງໄດ້ກຳນົດຄາດໝາຍ, ວາງມາດຕະການອອກ ໃນແຕ່ລະໄລຍະແລະ ຊີ້ນຳວຽກງານດັ່ງກ່າວ ຄືກັບການບັນຊາສູ້ຮົບໃນສະໜາມຮົບ ໂດຍໃຊ້ທັງມາດຕະການດ້ານບໍລິຫານ, ມາດຕະການດ້ານການແພດ ແລະ ມາດຕະການພະລາທິ ການ ແລະ ການເງິນ ໄປພ້ອມໆກັນ.ຜ່ານຈາກການຈັດຕັ້ງປະຕິບັດ ບັນດາມາດຕະການເຫຼົ່ານັ້ນ ຕະຫຼອດໄລຍະທີ່ຜ່ານມານີ້, ພວກເຮົາ ສາມາດສະຫຼຸບໄດ້ວ່າ ບັ້ນຮົບປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວເຮົາ ພວກເຮົາປະສົບຜົນສໍາເລັດ ໂດຍພື້ນຖານຈົນເຮັດໃຫ້ຄວບຄຸມການລະບາດເອົາໄວ້ໄດ້, ຜ່ານພົ້ນວິກິດການ ແລະ ເປີດປະເທດ ຢ່າງເປັນທາງການ ເພື່ອໄປມາຫາສູ່ກັນ ແລະ ເຄື່ອນໄຫວກິດຈະກຳຕ່າງໆ ກັບປະເທດເພື່ອນບ້ານ ແລະ ບັນດາປະເທດໃນທົ່ວໂລກ ໃນວັນທີ 09 ພຶດສະພາ2022.ຜົນສຳເລັດດັ່ງກ່າວ ແມ່ນເນື່ອງມາຈາກ:

1. ການນຳທຸກຂັ້ນ,ນັບແຕ່ຂັ້ນສູງສຸດລົງມາຕະຫຼອດຮອດຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ທຸກຂັ້ນ ແມ່ນມີຄວາມສະດຸ້ງໄວ, ຖືສຳຄັນວຽກປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ, ນຳພາວາງຍຸດທະສາດທີ່ຖືກຕ້ອງໃນແຕ່ລະໄລຍະກຳນົດທິດທາງຢ່າງແທດເໝາະກັບສະພາບຕົວຈິງຂອງປະເທດເຮົາ ນຳພາຊີ້ນຳການແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດແທດເຖິງ.

2. ຄະນະສະເພາະກິດທຸກຂັ້ນ ມີຄວາມຮັບຜິດຊອບການເມືອງ ໄດ້ເປັນເຈົ້າການວາງມາດຕະການ ທີ່ສອດຄ່ອງ, ຮອບຄອບ ແລະ ປະດິດສ້າງ ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງ, ພ້ອມທັງໄດ້ຈັດຕັ້ງປະຕິບັດເຂັ້ມງວດ, ແລະ ມີກົນໄກຊີ້ນຳບັນຊາທີ່ໂລ່ງລຽນ ແທດເໝາະກັບຕົວຈິງ ມີແບບແຜນເຮັດວຽກທີ່ວ່ອງໄວ, ຄ່ອງແຄ້ວ.

3. ຖືສຳຄັນ ແລະ ເອົາໃຈໃສ່ວຽກງານໂຄສະນາປຸກລະດົມຂົນຂວາຍທົ່ວສັງຄົມໃຫ້ການຮ່ວມມື ເຂົ້າຮ່ວມແລະ ປະກອບສ່ວນທັງເຫື່ອແຮງ ແລະ ວັດຖຸຈິດໃຈ ຢ່າງຫຼວງຫຼາຍ.

4. ປະຊາຊົນບັນດາເຜົ່າ ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ-ລັດ; ພະນັກງານ, ສະມາຊິກພັກ ໄດ້ຍົກສູງຄວາມຮັບຜິດຊອບ, ເປັນແແບຢ່າງນໍາໜ້າ;ຖັນແຖວແພດໝໍ, ທະຫານ, ຕໍາຫຼວດ ແລະ ພະນັກງານດ່ານໜ້າ ໄດ້ເປັນແບບຢ່າງທີ່ດີ ແລະ ເສຍສະຫຼະສູງ ເຮັດວຽກຢ່າງບໍ່ຮູ້ອິດເມື່ອ ເພື່ອສ່ວນລວມ ເພື່ອປະເທດຊາດ.

5. ເປັນເຈົ້າການຍາດແຍ່ງການຊ່ວຍເຫຼືອສະໜັບສະໜູນຈາກນາໆຊາດ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດຢ່າງທັນການ, ຈາກນັ້ນ ຈົນໄດ້ຮັບການຊ່ວຍເຫຼືອວັກຊິນ ຈໍານວນຫຼາຍແລ້ວ ບັນດາປະ ເທດເພື່ອນມິດຍັງໄດ້ສົ່ງຊ່ຽວຊານເຂົ້າມາຊ່ວຍເຫຼືອ ໃຫ້ຄໍາແນະນໍາໃນດ້ານຕ່າງໆ ເຊິ່ງໄດ້ເປັນກຳລັງແຮງອັນໃຫຍ່ຫຼວງ ໃຫ້ແກ່ຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ.

ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໃຫ້ລັດຖະບານ, ຕາງໜ້າຄະນະສະເພາະກິດກໍຄືໃນນາມສ່ວນຕົວ, ຕີລາຄາສູງແລະຍ້ອງຍໍສັນລະເສີນ ຢ່າງຈິງໃຈຕໍ່ການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດທຸກຂັ້ນ;ການປະ ກອບສ່ວນຂອງທຸກພາກສ່ວນທັງພາຍ ໃນ, ຕ່າງປະເທດ ແລະ ທຸກຄົນໃນສັງຄົມ. ພິເສດ ທ່ານໄດ້ຝາກຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ໄປຍັງພະນັກງານແພດໝໍ, ເຈົ້າ ໜ້າທີ່ດ່ານໜ້າ ໃນທົ່ວປະເທດ ທີ່ໄດ້ເຮັດວຽກ ໂດຍບໍ່ຮູ້ອິດຮູ້ເມື່ອຍ, ດ້ວຍຄວາມເສຍສະຫຼະ ແລະ ຄວາມຮັບຜິດຊອບສູງ ສູ້ຊົນຜ່ານຜ່າຄວາມທ້າທາຍ ແລະ ຄວາມສ່ຽງ ບໍ່ຈັກເທົ່າໃດ ເພື່ອປ້ອງກັນ ແລະ ປິ່ນປົວຄົນເຈັບ ໃນໄລຍະທີ່ຜ່ານມາ ຈົນຮອດ ປະຈຸບັນ.

ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢໍ້າໃຫ້ຮູ້ອີກວ່າ: ເຖິງວ່າ ມາຮອດປັດຈຸບັນຕົວເລກການຕິດເຊື້ອແລະເສຍຊີວິດໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ເຊິ່ງຕົວເລກການຕິດເຊື້ອສະເລ່ຍຢູ່ປະເທດເຮົາແມ່ນຕໍ່າກວ່າ50ກໍລະນີຕໍ່ວັນ.ແຕ່ເພື່ອສືບຕໍ່ຄວາມພ້ອມໃນການຮັບມືກັບການລະບາດພະຍາດໂຄວິດ-19ທີ່ຍັງບໍ່ສີ້ນສຸດເຊິ່ງຢູ່ບາງປະເທດມີຕົວເລກຕິດເຊື້ອ ເພີ່ມຂື້ນລວມທັງປະເທດໃກ້ຄຽງ,ການປັບປ່ຽນພັນທຸກຳແລະການເກີດສາຍພັນໃໝ່ ທີ່ຍັງເປັນໄພຂົ່ມຂູ່ທາງດ້ານສາທາລະນະສຸກ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມ ສັບສົນທຸກປະເທດໃນທົ່ວໂລກ ເວົ້າລວມ, ເວົ້າສະເພາະ ເພື່ອປ້ອງກັນ ບໍ່ໃຫ້ເກີດມີການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ໃນປະເທດເຮົາ, ສະນັ້ນ ພວກເຮົາຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ແລະ ຈັດຕັ້ງປະຕິບັດບາງວຽກຈຸດສຸມດັ່ງນີ້:

1) ປັບປ່ຽນຍຸດທະສາດ ໂດຍຫັນຈາກການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ມາເປັນ ຢູ່ຮ່ວມກັບພະຍາດໂຄວິດ ຢ່າງມີຄວາມປອດໄພ ຫັນໄປສູ່ການດຳລົງຊີວິດ ຕາມວິຖີໃໝ່ ແລະ ສຸມໃສ່ຟື້ນຟູເສດ ຖະກິດ-ສັງຄົມ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນຢ່າງມີປະສິດທິຜົນ.

2) ຄະນະສະເພາະກິດ ຕ້ານໂຄວິດ-19 ທຸກຂັ້ນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ, ແຕ່ໃຫ້ຫັນປ່ຽນແບບແຜນເຮັດວຽກ ແລະ ກົນໄກການປະສານງານ ກັບພາກສ່ວນຕ່າງໆ, ພ້ອມທັງ ປະຕິບັດຕາມຄຳເຫັນ ຂອງອົງການອະນາໄມໂລກ; ດຳເນີນການປະເມີນຜົນ ຢ່າງກວມລວມຮອບດ້ານກ່ຽວກັບວຽກງານຂອງຕົນ ໃນໄລຍະຜ່ານມາ ເພື່ອຕີລາຄາ ແລະ ຖອດໄດ້ບົດຮຽນ ນຳໄປສືບຕໍ່ເຮັດໜ້າທີ່ ໃຫ້ດີກວ່າເກົ່າ; ຊຸກຍູ້ການຜະລິດຢາປິ່ນປົວພະຍາດໂຄວິດ-19 ເພື່ອຕອບສະໜອງຢ່າງພຽງພໍ ກັບຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ; ດຳເນີນການໂຄສະນາເຜີຍແຜ່ ສະໜອງຂໍ້ມູນຂ່າວສານອັນຈຳເປັນ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ ກ່ຽວກັບການລະບາດ ຂອງພະຍາດໂຄວິດ-19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.

3) ສຳລັບທົ່ວສັງຄົມສືບຕໍ່ເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ສາຍພັນໃໝ່ທີ່ອາດຈະເຮັດໃຫ້ມີການລະບາດໃນຊຸມຊົນອີກຄັ້ງໃໝ່ ແລະ ມີການປະເມີນຄວາມສ່ຽງ ເປັນປະຈຳ, ຄຽງຄູ່ກັບການຂະຫຍາຍຄວາມສາມາດກວດຫາເຊື້ອ ແລະ ສາຍພັນ ຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆຕາມລະດູການ.

4) ສຸມໃສ່ເລັ່ງສັກວັກຊີນ ໃນກຸ່ມເປົ້າໝາຍໃຫ້ໄດ້ຕາມຄາດໝາຍ ກາຍ 80% ໃນປີ 2022ໂດຍສະເພາະບາງແຂວງທີ່ອັດຕາການສັກວັກຊີນຍັງບໍ່ທັນສູງ ແລະກຸ່ມເດັກນ້ອຍທີ່ຍັງບໍ່ທັນບັນລຸເປົ້າໝາຍ 80%.

5) ສືບຕໍ່ໂຄສະນາ ປະຊາສຳພັນ ໃຫ້ທຸກຄົນ ມີສະຕິປ້ອງກັນຕົນເອງ, ໃຊ້ຊີວິດປົກກະຕິແບບໃໝ່ດ້ວຍຄວາມເປັນເຈົ້າຕົນເອງ ເຊັ່ນ: ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ຊຸມຊົນແອອັດ, ໝັ່ນລ້າງມືເປັນປະຈຳພ້ອມທັງ ສືບຕໍ່ເຜີຍແຜ່ຂໍ້ມູນ ໃຫ້ເຫັນຄວາມສໍາຄັນ ແລະປະໂຫຍດຂອງການສັກວັກຊີນກັນພະຍາດໂຄວິດ-19.

6) ສືບຕໍ່ກຽມຄວາມພ້ອມໂຄງລ່າງພື້ນຖານ ຢູ່ຈຸດຜ່ານແດນສາກົນ (ທາງບົກ, ທາງອາກາດ, ທາງລົດໄຟ) ທີ່ສາມາດຮັບປະກັນທາງດ້ານສາທາລະນະສຸກ ຕາມລະບຽບສາກົນ ເພື່ອຮອງຮັບການເດີນທາງເຂົ້າມາຂອງນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

ຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ໄປເຖິງທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນໃນສັງຄົມ ຈົ່ງສືບຕໍ່ຍົກສູງສະຕິຄວາມຮັບ ຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການ ທີ່ລັດ ຖະບານ ກໍຄືຄະນະສະເພາະກິດ ວາງອອກ ຢ່າງເປັນເອກະພາບ ແລະ ເຂັ້ມງວດ ໂດຍສະເພາະ ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເປັນຕົ້ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື,ໄປສັກວັກຊີນໃຫ້ຄົບ ລວມທັງ ເຂັມກະຕຸ້ນ ເພາະການສັກວັກຊີນກັນພະຍາດໂຄວິດ-19ຈະເຮັດໃຫ້ອາການບໍ່ຮຸນແຮງ, ຫຼຸດຜ່ອນການເສຍຊີວິດ,ເປັນການສ້າງພູມຄຸ້ມກັນໝູ່ ເຊິ່ງເປັນວິທີທີ່ດີທີ່ສຸດໃນການຄວບຄຸມການລະບາດຄືກັບຫຼາຍໆປະເທດໃນໂລກ ໄດ້ມີຄວາມສຳເລັດມາແລ້ວ.

ນອກຈາກນີ້, ຂໍໃຫ້ທຸກຄົນ ເອົາໃຈໃສ່ ປ້ອງກັນຕົນເອງ ຈາກພະຍາດລະດູການອື່ນໆ ໂດຍສະເພາະພະຍາດໄຂ້ຍຸງລາຍ ທີ່ກຳລັງແຜ່ລະບາດໃນປັດຈຸບັນ ໂດຍການທຳລາຍໜອນນ້ຳຍຸງລາຍໃນທຸກສຳ ນັກງານອົງການ ແລະ ແຕ່ລະຄົວເຮືອນຂອງທ່ານ. ຂໍອວຍພອນໃຫ້ທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດ ໃນໜ້າທີ່ວຽກງານຂອງຕົນ ແລະ ປອດໄພ ຈາກເຊື້ອພະຍາດທຸກຊະນິດ.

LEAVE A REPLY

Please enter your comment!
Please enter your name here