Friday, September 20, 2024
Homeຂ່າວພາຍໃນເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນຍຸງລາຍທົ່ວເມືອງຈັນທະບູລີ

ເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນຍຸງລາຍທົ່ວເມືອງຈັນທະບູລີ

ຫ້ອງການສາທາລະນະສຸກເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນຍຸງລາຍທົ່ວເມືອງຈັນທະບູລີ ຂຶ້ນໃນວັນທີ 23 ກໍລະກົດມານີ້ ທີ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຈັດຕັ້ງນະຄອນຫຼວງວຽງຈັນ ຜູ້ຊີ້ນຳເມືອງຈັນທະບູລີ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ແລະ ພະນັກງານພະແນກສາທາລະນະສຸກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ຈັນສະໝອນ ຈິດຕະກອນ ຫົວໜ້າສາທາລະນະສຸກເມືອງຈັນທະບູລີ ໄດ້ລາຍງານວ່າ: ວຽກງານຄວບຄຸມ ແລະ ປ້ອງກັນໄຂ້ຍຸງລາຍໃນໄລະຜ່ານມາໂຕເລກສະສົມພະຍາດໄຂ້ຍຸງລາຍແຕ່ວັນທີ 1/1/ 2022 – 19/7/2022. ທົ່ວເມືອງມີທັງໝົດ: 542 ກໍລະນີ, ກວມເອົາ 29 ບ້ານ ໃນຈໍານວນ 30 ບ້ານຂອງເມືອງ, ເສຍຊີວິດ : 2 ກໍລະນີ , (ບ້ານໂພນສະຫວ່າງ, ບ້ານຫ້ວຍຫົງ) ຈໍານວນບ້ານທີ່ມີກໍລະນີສະສົມ 10 ຄົນຂຶ້ນເມື່ອມີຢູ່ 19 ບ້ານຄື : ບ້ານ ຫ້ວຍຫົງ, ໂພນສະຫວ່າງ, ສີສະຫວາດ, ໜອງທາເໜືອ, ໂພນຕ້ອງສະຫວາດ, ສີບຸນເຮືອງ, ທົ່ງຂັນຄໍາ, ດົງປ່າແຫຼບ, ໂພນຕ້ອງຈອມມະນີ, ສີດໍາດວນ, ສະຫວ່າງ, ດອນແດງ, ຂົວຫຼວງ, ຮ່ອງຄ້າ, ສາຍລົມ, ໜອງປິງ, ວັດຈັນ, ສີຫອມ, ດົງໝ້ຽງ. ໂຕເລກສູງກວ່າໝູ່ແມ່ນບ້ານຫ້ວຍຫົງ ການຈັດຕັ້ງປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຍຸງລາຍແມ່ນອອກແຈ້ງການຂອງທ່ານເຈົ້າເມືອງ ເຖິງອໍານາດການປົກຄອງບ້ານກ່ຽວກັບ ມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຍຸງລາຍ ໂດຍການປະຕິບັດ 5 ປ ເປັນປົກກະຕິ ແລະ ໄດ້ແຕ່ງຕັ້ງພະນັກງານວິຊາການ ສາທາລະນະສຸກເມືອງ ລົງຕິດຕາມຊຸກຍູ້ການສ້າງຂະບວນການ ທໍາລາຍແຫຼ່ງ ເພາະພັນໜອນນໍ້າຍຸງລາຍ ແລະ ເດີນສໍາຫຼວດໜອນນໍ້າຢູ່ພາຍໃນບ້ານ 4 ອາທິດລຽນຕິດ, ວຽກໂຄສະນາສຸຂະສຶກສາວຽກງານປ້ອງກັນພະຍາດໄຂ້ຍຸງລາຍຄົງທີ່ຢູ່ຈຸດໂຮງໝໍເມືອງ ແລະ ຈຸດຄົງທີ່ຂອງ ຫ້ອງການບ້ານ ທີ່ມີໂທລະໂຄ່ງ. ວຽກງານພົ່ນຢາຂ້າຍຸງໂຕແກ່: ໄດ້ພົ່ນຢາຂ້າຍຸງໂຕແກ່ ຢູ່ 2 ຈຸດຢູ່ 2 ບ້ານ ທີ່ມີກໍລະນີມີຜູ້ເສຍເສຍຊີວິດ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ພະຍາດໄຂ້ຍຸງລາຍແມ່ນພະຍາດໜຶ່ງທີ່ເປັນບັນຫາທາງດ້ານສາທາລະນະສຸກໃນ ສປປ ລາວ, ໃນທຸກໆ 2-3 ປີ ໃດຈະມີການລະບາດຂະໜາດໃຫຍ່ເກິດຂຶ້ນ ຍ້ອນມີການປ່ຽນແປງສະພາບດິນຟ້າອາກາດ, ປະຊາກອນມີຄວາມໜາແໜ້ນເພີ່ມຂຶ້ນ, ໂດຍສະເພາະມີການກໍ່ສ້າງຕຶກອາຄານ ແລະ ອື່ນໆ ທີ່ເປັນປັດໄຈໃຫ້ເກີດແຫຼ່ງເພາະພັນ. ໃນຕົ້ນປີ 2022 ມາເຖິງວັນທີ 7/7/2022 ທົ່ວປະເທດມີລາຍງານກໍລະນີຄົນເຈັບໄຂ້ຍຸງລາຍ 10.469 ກໍລະນີ (ເສຍຊີວິດ 12 ກໍລະນີ) ໃນນີ້ນະຄອນຫຼວງວຽງຈັນມີຈໍານວນຄົນເຈັບສູງກ່ອນໝູ່ເປັນອັນດັບ 1 ໃນທົ່ວປະເທດ, ມີຈໍານວນ 5.429 ກໍລະນີ ເສຍຊີວິດ 5 ກໍລະນີ ຮອງລົງມາແມ່ນແຂວງສາລະວັນ ມີຈໍານວນ 869 ກໍລະນີ ເສຍຊີວິດ 2 ກໍລະນີ, ແຂວງອັດຕະປື ມີ 710 ເສຍຊີວິດ 3 ກໍລະນີ.

ໃນນະຄອນຫຼວງວຽງຈັນເປັນແຂວງອັນດັບ 1 ທີ່ມີລາຍງານກໍລະນີການເຈັບ ແລະ ເສຍຊີວິດສູງກວ່າໝູ່ໃນບັນດາແຂວງອື່ນ, ສູງກ່ອນໝູ່ແມ່ນເມືອງໄຊທານີ ມີ 1.140 ກໍລະນີ, ເສຍຊີວິດ 1 ກໍລະນີ, (ບ້ານທີ່ມີຜົນກະທົບໄຂ້ຍຸງລາຍມີ 91 ບ້ານ ກວມເອົາ 87,5% ຂອງບ້ານທັງໝົດ), ໄຊເສດຖາມີ 734 ກໍລະນີ ເສຍຊີວິດ 1 ກໍລະນີ, ຈັນທະບູລີມີ 362 ກໍລະນີ ເສຍຊີວິດ 2 ກໍລະນີ, ສີໂຄດຕະບອງ ມີ 539 ກໍລະນີ, ສີສັດຕະນາກ ມີ 339 ກໍລະນີ, ຫາດຊາຍຟອງ ມີ 268 ກໍລະນີ, ນາຊາຍທອງ ມີ 205 ກໍລະນີ, ສັງທອງ ມີ 21 ກໍລະນີ ແລະ ເມືອງປາກງຶ່ມ ມີ 29 ກໍລະນີ.

ດັ່ງນັ້ນ. ຮຽກຮ້ອງມາຍັງທຸກພາກສ່ວນຊ່ວຍເປັນເຈົ້າການໃນການຊີ້ນຳ ນຳພາ, ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ, ໂດຍການນໍາໃຊ້ມາດຕະການທີ່ສຳຄັນຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫຼັກການ 5 ປ ຊຶ່ງຂະແໜງສາທາລະນະສຸກ ທີ່ກ່ຽວຂ້ອງຕ້ອງເປັນຜູ້ເຜີຍແຜ່ ແລະ ແນະນໍາວິທີການຈັດຕັ້ງປະຕິບັດພ້ອມທັງສະໜອງອຸປະກອນ, ຂໍ້ມູນທີ່ຈຳເປັນ ແລະ ອຳນວຍຄວາມສະດວກໃຫ້ແກ່ທີມງານຈັດຕັ້ງປະຕິບັດໂດຍສະເພາະຂັ້ນບ້ານກໍຄື: ອສບ ທີ່ເປັນຜູ້ຕິດຕາມຢ່າງໃກ້ຊິດໃນການທຳລາຍແຫຼ່ງເພາະພັນຢູ່ໃນຂັ້ນບ້ານ, ສະນັ້ນ. ອົງການປົກຄອງທຸກຂັ້ນ, ບັນດາພະແນກການອ້ອມຂ້າງ ແລະ ການຈັດຕັ້ງແຕ່ລະຂັ້ນໃຫ້ຖືເອົາວຽກງານນີ້ເປັນສຳຄັນ ແລະ ເປັນບຸລິມະສິດ ໃນການຈັດສັນເວລາສ້າງຂະບວນການອະນາໄມທໍາລາຍແຫຼ່ງເພາະພັນຍຸງທຸກໆອາທິດໃນສະຖານທີ່ເຮັດວຽກ, ທີ່ພັກອາໄສ ແລະ ສໍາຄັນອີກອັນໜຶ່ງຖ້າມີຄົນເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄຣີນິກ ຫຼື ຊື້ຢາມາກິນເອງ ສິ່ງສຳຄັນຫ້າມເດັດຂາດເວລາເຈັບເປັນບໍ່ໃຫ້ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ບ້ານໂດຍການໃສ່ນໍາທະເລເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້. ຂ່າວ,ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments