Friday, September 20, 2024
Homeທຸລະກິດການຜະລິດນ້ຳມັນຂອງຣັດເຊຍ ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 3,4%

ການຜະລິດນ້ຳມັນຂອງຣັດເຊຍ ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 3,4%

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານ ນິໂຄໄລ ຊູນກິນອບ ລັດຖະມົນຕີກະຊວງພະລັງງານຂອງຣັດເຊຍໄດ້ເປີດເຜີຍວ່າ: ການຜະລິດນໍ້າມັນຂອງປະເທດໃນໄລຍະ 6 ເດືອນຕົ້ນ 2022 ເພີ່ມຂຶ້ນ 3,4% ເມື່ອທຽບແບບລາຍປີ ຂະນະທີ່ການຜະລິດແກ໊ສທຳມະຊາດຫຼຸດລົງ 5%.

ຂະນະທີ່ການຜະລິດຖ່ານຫີນຍັງຄົງຢູ່ໃນລະດັບດຽວກັບໄລຍະເວລາດຽວກັນຂອງປີ 2021 ສ່ວນການຜະລິດນ້ຳມັນກາຊວນ ແລະ ນ້ຳມັນແອັດຊັງເພີ່ມຂຶ້ນ 4,5%. ທ່ານ ຊູນກິນອບ ກ່າວວ່າ ໃນໄລຍະ 6 ເດືອນຕົ້ນປີນີ້ ຂະແໜງພະລັງງານຂອງຣັດເຊຍສາມາດປັບປ່ຽນການດຳເນີນງານໃຫ້ເຂົ້າກັບສະພາບເສດຖະກິດທີ່ຍາກລຳບາກ ພ້ອມທັງກ່າວວ່າ ຕະຫຼາດພະລັງງານພາຍໃນປະເທດມີສະຖຽນລະພາບ ແລະ ບໍ່ປະເຊີນກັບບັນຫາທາງດ້ານການຈັດຫາພະລັງງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments