ວິທະຍຸກະຈາຍສຽງຫວຽດນາມລາຍງານ: ວັນທີ 24 ກໍລະກົດຜ່ານມາ, ຢູ່ຫໍວັດທະນະທຳມິດຕະ ພາບ ຮ່າໂນ້ຍ, ໄດ້ມີພິທີລະນຶກວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບ ຮອບ 75 ປີ ແລະ ຍ້ອງຍໍຊົມເຊີຍບັນດາຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ ປີ 2022. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີ. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີອະດີດການນຳຂັ້ນສູງ ຫວຽດນາມ ພ້ອມດ້ວຍຜູ້ແທນດີເດັ່ນ 450 ຄົນ ທີ່ຕາງໜ້າໃຫ້ຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງຜູ້ມີຄຸນງາມຄວາມດີເກືອບ 10 ລ້ານຄົນ ໃນທົ່ວປະເທດ.

ກ່າວຄຳເຫັນໃນພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຝາກຄຳຢື້ຢາມຖາມຂ່າວ, ນ້ຳໃຈຄວາມຮັກແພງຢ່າງເລິກເຊິ່ງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກປະຕິວັດຜູ້ອາວຸໂສ, ແມ່ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິ ວັດ.

ເພື່ອຜັນຂະຫຍາຍວຽກງານຮູ້ບຸນຄຸນ, ການຕອບບຸນແທນຄຸນ, ແທດຈິງ ແລະ ມີປະສິດທິຜົນໃນໄລຍະຜ່ານມາ, ທ່ານປະທານປະເທດ ໄດ້ສະເໜີໃຫ້ລັດຖະບານ, ທຸກຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ໂຄສະນາເຜີຍແຜ່ຢ່າງກວ້າງຂວາງກວ່າອີກ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ທີ່ມີຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ພ້ອມດຽວກັນນັ້ນ, ປະຕິບັດນະໂຍ ບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ, ສ້າງສັງຄົມທີ່ເຕັມໄປດ້ວຍຄວາມເມດຕາປານີ, ມະນຸດສະທຳ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສະແດງຢ່າງເລິກເຊິ່ງລັກສະນະດີເລີດ ແລະ ທາດແທ້ອັນດີງາມຂອງລະບອບ ຫວຽດນາມ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ.

LEAVE A REPLY

Please enter your comment!
Please enter your name here