Thursday, September 19, 2024
Homeຂ່າວກິລາຢູ-8 ມາຊດ້າ ຄອງແຊັມ ລາຍການ ລາລິກາ ຢຸດ ທົວນາເມັນ 2022 ທີ່ປະເທດມາເລເຊຍ

ຢູ-8 ມາຊດ້າ ຄອງແຊັມ ລາຍການ ລາລິກາ ຢຸດ ທົວນາເມັນ 2022 ທີ່ປະເທດມາເລເຊຍ

ຢູ-8 ມາຊດ້າ ຫຼື Mazda GB FC U8 ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ລາລິກາ ຢຸດ ທົວນາເມັນ 2022 (LaLiga Youth Tournament 2022) ຈັດຂຶ້ນລະຫວ່າງວັນທີ 23-24 ກໍລະກົດ 2022 ທີ່ເມືອງປີນັງ ປະເທດມາເລເຊຍ ຊຶ່ງເປັນໂຄງການຂອງ ລີກລາລິກາ ຈາກປະເທດສະເປນ ສົ່ງເສີມນັກເຕະຮຸ່ນສືບທອດທີ່ມີພອນສະຫວັນດີເດັ່ນໃນຂົງເຂດອາຊຽນ ເພື່ອກ້າວສູ່ການເປັນນັກກິລາອາຊີບໃນອະນາຄົດຂອງລີກອາຊີບ ປະເທດສະເປນ ຜົນການແຂ່ງຂັນໃນແຕ່ລະນັດ.ນັດທີ 1 ຊະນະ Kulai Intelek FC U8 2-0, ນັດທີ 2 ຊະນະ Akademi Wira Muda 2-1

ນັດທີ 3 ສະເໝີກັບ ATPP 0-0 ລວມມີ 7 ຄະແນນ ຜ່ານເຂົ້າໄປຫຼິ້ນໃນ ລາຍການດິວິຊັ່ນ 1 ລົງສະໜາມ 3 ນັດ ນັດທີ 1 ຊະນະ ATPP 3-2, ນັດທີ 2 ຊະນະ Motta Arata FC 1-0, ນັດທີ 3 ສະເໝີກັບ NFDP Johor 0-0. ລວມມີ 7 ຄະແນນ ຜົນງານດີກວ່າທຸກທີມທີ່ເຂົ້າຮ່ວມ ຍິງໄດ້ 8 ປະຕູ ເສຍ 3 ປະຕູ ຄວ້າແຊັມມາຄອງ.

(ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments