ພິທີເຊັນບົດບັນທຶກຄວາມຮ່ວມມື ຫຼື MOC ເພື່ອສໍາຫຼວດ ສຶກສາ ຄວາມເປັນໄປໄດ້ ດ້ານພະລັງງານຄວາມຮ້ອນໃຕ້ພິພົບ ຂະໜາດກຳລັງການຕິດຕັ້ງ 4.000 MW ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສຸວັນໄຊ ຫຼັກໄມຕຣີ ປະທານບໍລິສັດ ລາວພັດທະນາກໍ່ສ້າງ ແລະ ການລົງທຶນ ຈຳກັດ ກັບທ່ານ ເພັດສະຫວັນ ລັດຕະນະທອງໄຊ ຫົວໜ້າກົມພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ນາງ ເຈິ້ນ ທິ ຮວາງ ຮາ CEO ບໍລິສັດ ເວວ ພາວເວີ ກຣຸບ ສສ ຫວຽດນາມ (Wealth Power Group Vietnam) ພ້ອມຄະນະ ແລະ ແຂກທີ່ມີກຽດເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບໍລິສັດ ລາວພັດທະນາກໍ່ສ້າງ ແລະ ການລົງທຶນ ຈຳກັດ ເປັນບໍລິສັດນຳໜ້າທຳອິດ ທີ່ໄດ້ຄົ້ນຄວ້າສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ພະລັງງານຄວາມຮ້ອນໃຕ້ພິພົບ ເພື່ອຜະລິດເປັນພະລັງງານໄຟຟ້າ ຊຶ່ງເປັນສິ່ງສຳຄັນທີ່ສຸດ ເພາະວ່າ ຄວາມຫຼາຍຮູບຫຼາຍແບບຂອງພະລັງງານຈະນຳໄປສູ່ຄວາມເຂັ້ມແຂງ ຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າຂອງປະເທດເຮົາ, ປັດຈຸບັນພະລັງງານໄຟຟ້າ ທີ່ຜະລິດຢູ່ລາວ ກວມ 70% ແມ່ນມາຈາກພະລັງງານນ້ຳ ນອກຈາກນັ້ນເຮົາຍັງມີພະລັງງານທາງເລືອກ ເຊັ່ນພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຊີວະພາບ ແລະ ບວກໃສ່ພະລັງງານໃຕ້ພິພົບ ຊຶ່ງເປັນພະລັງງານທາງໃໝ່ຂອງລາວ ພາຍຫຼັງສຳເລັດຈະເຮັດໃຫ້ລາວ ມີຄວາມເຂັ້ມແຂງ ແລະ ມີຄວາມໝັ້ນຄົງທາງດ້ານພະລັງງານຍິ່ງຂຶ້ນ.

ສຳລັບພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍ່ແມ່ນພຽງແຕ່ສະໜອງໄຟຟ້າເທົ່ານັ້ນ ແຕ່ມັນຍັງເປັນຜົນປະໂຫຍດ ແລະ ບາດກ້າວສຳຄັນ ທີ່ຈະຫຼຸດຜ່ອນການນຳໃຊ້ຖ່ານຫີນໃນການຜະລິດໄຟຟ້າຢູ່ລາວເທື່ອລະກ້າວ, ກະຊວງພະລັງງານ ແລະ ບໍ່ແຮ່ ຝາກຄວາມຫວັງໄວ້, ພະລັງງານຄວາມຮ້ອນໃຕ້ພິພົບ ເປັນພະລັງງານສີຂຽວທີ່ສຸດ ແລະ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງບໍ່ຫຼາຍ ບໍ່ທຳລາຍສິ່ງແວດລ້ອມ.

ຂະນະດຽວກັນ ທ່ານ ສຸວັນໄຊ ຫຼັກໄມຕຣີ ໄດ້ກ່າວວ່າ: ປັດຈຸບັນ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ໄດ້ຮ່ວມກັບ ບໍລິສັດ GEIOS ຕັດສິນໃຈລົງທຶນພັດທະນາດ້ານພະລັງງານຄວາມຮ້ອນທາງເລືອກໃໝ່ຢູ່ໃຕ້ພິພົບ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານໄຟຟ້າແກ່ ສປປ ລາວ ກໍຄືການສ້າງລາຍຮັບໃຫ້ແກ່ປະເທດຊາດ, ພ້ອມນີ້ ບໍລິສັດຂອງຂ້າພວກເຮົາ ແລະ ບໍລິສັດ GEIOS ໄດ້ມີຄວາມພ້ອມດ້ານແຫຼ່ງທຶນ ແລະ ດ້ານເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝແລ້ວ ເພື່ອກໍ່ສ້າງໂຄງການດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍທີ່ກຳນົດໄວ້.

ສຳລັບໂຄງການພະລັງງານຄວາມຮ້ອນໃຕ້ພິພົບນີ້ ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ GEIOS ຈະໄດ້ນໍາໃຊ້ທຶນຂອງຕົນເອງ 100% ແລະ ມີຕະຫຼາດຮັບຊື້ໄຟຟ້າເປັນທີ່ຮຽບຮ້ອຍແລ້ວ ໂດຍຈະບໍ່ສ້າງໜີ້ສິນໃຫ້ແກ່ປະເທດຊາດ ກົງກັນຂ້າມຈະນຳເອົາຜົນປະ ໂຫຍດມາໃຫ້ 3 ຝ່າຍຄື: ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ ເມື່ອປະເທດເຮົາມີລາຍຮັບທີ່ແນ່ນອນແລ້ວ ກໍຈະເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີດີຂຶ້ນ ແລະ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາເທື່ອລະກ້າວ, ພິເສດ ໂຄງການນີ້ຍັງສາມາດຂາຍໄຮໂດຣເຈນ (Hydrogen) ແລະ ຍັງຈະມີລາຍຮັບຈາກ ຄາບອນ ເຄຣດິດ (Carbon Credit) ທີ່ຕ່າງປະເທດຈ່າຍໃຫ້ ເພາະເປັນໂຄງການສີຂຽວ ແລະ ສະອາດ ທັງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ.

ຂໍ້ມູນຈາກ: ຂປລ

LEAVE A REPLY

Please enter your comment!
Please enter your name here