ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ເລ ເຊີນ ຮ໋າຍ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການຊົນເຜົ່າ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 24 ກໍລະກົດ 2022 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ລະຫວ່າງວັນທີ 24-28 ກໍລະກົດ 2022.

ໃນໂອກາດນີ້ ທ່ານ ທອງຈັນ ມະນີໄຊ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເລ ເຊີນ ພ້ອມຄະນະ ທີ່ໄດ້ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງພາຍໃນ ສປປ ລາວ ໃນຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືແຜນການຮ່ວມມື ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະແມ່ນເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ຄະນະກໍາມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ໃນໄລຍະຜ່ານມາ. ການພົບປະຢ້ຽມຢາມ ໃນຄັ້ງນີ້ ທັງສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ເຊັນຮ່ວມກັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານຊົນເຜົ່າໃນຕໍ່ໜ້າ ໂດຍສະເພາະແມ່ນການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າຂອງສອງປະເທດ.

ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ທ່ານ ເລ ເຊີນ ຮ໋າຍ ພ້ອມຄະນະຍັງໄດ້ເດີນທາງໄປແຂວງຫຼວງພະບາງ ເພື່ອທ່ອງທ່ຽວ ແລະ ຮ່ວມເຮັດວຽກກັບພະແນກພາຍໃນແຂວງຫຼວງພະບາງ ຕື່ມອີກ.

ຂ່າວ-ພາບ: ກະຊວງພາຍໃນ

LEAVE A REPLY

Please enter your comment!
Please enter your name here