Tuesday, September 17, 2024
Homeຂ່າວຕ່າງປະເທດທາງລົດໄຟຈີນ-ມຽນມາ ໄດ້ຮັບຄວາມຄືບໜ້າ ອີກເທືອໃໝ່

ທາງລົດໄຟຈີນ-ມຽນມາ ໄດ້ຮັບຄວາມຄືບໜ້າ ອີກເທືອໃໝ່

ຕາມ​ຂ່າວ​ຈາກ CRI: ວັນທີ 22 ກໍລະກົດນີ້, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ຈຳກັດ ແຈ້ງຂ່າວວ່າ: ທາງລົດໄຟ ລະຫວ່າງ ນະຄອນ ຕ້າຫລີ ຫາ ນະຄອນ ຢຸ້ຍລີ້ ຈະເລີ່ມແລ່ນ ຢ່າງເປັນທາງການ ຫລັງ​ຈາກ ການກໍ່ສ້າງ ທາງລົດໄຟ ສາກົນ ລະຫວ່າງ ຈີນ-ມຽນມາ ໄດ້ຮັບຄວາມ ຄືບໜ້າ ອີກ​ເທື່ອ​ໃໝ່. ສຳລັບ ຈຸດເລີ່ມຕົ້ນ ຂອງ ທາງລົດໄຟ ສາກົນ ຈີນ-ມຽນມາ ແມ່ນນະຄອນ ຄຸນໝິງ ແຂວງຢູນ ໜານຈີນ ມີຈຸດໝາຍ ປາຍທາງ ແມ່ນນະຄອນ ຢາງກຸ້ງ ແມ່ນໄລຍະທາງ ທີ່ສຳຄັນ ຂອງສາຍ ຕາເວັນຕົກ ທາງລົດໄຟ ທະວີບ ອາຊີ. ໂດຍອີງຕາມ ແຜນການແລ້ວ, ທາງລົດໄຟ ແຕ່ນະຄອນ ຄຸນໝິງຫາ ນະຄອນ ຢາງກຸ້ງ ມີຄວາມຍາວ ປະມານ 1.920 ກິໂລແມັດ, ທາງລົດໄຟແຕ່ ນະຄອນ ຄຸນໝິງ ຫານະຄອນ ຢຸ້ຍລີ້ ມີຄວາມຍາວ ປະມານ 690 ກິໂລແມັດ. ທາງລົດໄຟ ຕ້າຫລີ-ຢຸ້ຍລີ້ ສົ້ນຕາເວັນອອກ ເລີ່ມຈາກ ນະຄອນ ຕ້າຫລີ ແຂວງຢູນໜານ, ເປັນເມືອງຊາຍແດນ ຈີນ-ມຽນມາ, ມີຄວາມຍາວ ທັງໝົດ 330 ກິໂລແມັດ, ແບ່ງການກໍ່ສ້າງ ອອກເປັນ 2 ສ່ວນຄື: ໄລຍະທາງ ຈາກນະຄອນ ຕ້າຫລີ ຫານະຄອນ ປາວຊານ ໄດ້ສ້າງສຳເລັດແລ້ວ, ສ່ວນການກໍ່ສ້າງ ທາງລົດໄຟຈາກ ນະຄອນ ປາວຊານ ຫານະຄອນ ຢຸ້ຍລີ້ ພວມດຳເນີນການ ຢ່າງມີລະບຽບ.ໄລ ຍະທາງ ຕ້າຫລີ-ປາວຊານ ມີຄວາມຍາວ ທັງໝົດ 133 ກິໂລແມັດ ເຊື່ອມຕໍ່ ລະຫວ່າງ ນະຄອນ ຕ້າ​ຫລີ ຫານະຄອນ ປາວຊານ ​ໂດຍຄວາມໄວ ​ໃນການອອກແບບ ແມ່ນ 140 ກິໂລແມັດ ຕໍ່ຊົ່ວໂມງ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments