Home ຂ່າວການເມືອງ ກອງສິລະປະກອນ ສຳເລັດການສະແດງສະຫລອງປີສາມັກຄີ ຢູ່ສສ ຫວຽດນາມ

ກອງສິລະປະກອນ ສຳເລັດການສະແດງສະຫລອງປີສາມັກຄີ ຢູ່ສສ ຫວຽດນາມ

0
283

ໃນລະຫວ່າງວັນທີ 17-22 ກໍລະກົດ 2022, ຄະນະທີມງານກອງສິລະປະກອນ ແຫ່ງຊາດ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສຳ ເລັດການເຄື່ອນໄຫວ ສະແດງສິລະປະວັນນະຄະດີ ໃນໂອກາດງານ ສັບປະດາວັດທະນະທຳລາວ ຢູ່ນະ ຄອນຫລວງຮ່າໂນ້ຍ, ນະຄອນໂຮ້ຍອານ ແຂວງກວາງ ນາມ ແລະ ນະຄອນດານັງ, ສສ ຫວຽດນາມ ດ້ວຍບັນຍາກາດຟົດຟຶ້ນມ່ວນຊື່ນ.

ທັງນີ້ ເປັນ ການສະເຫລີມສະຫລອງປີສາມັກຄີ ລາວ-ຫວດນາມ 2022 ກໍຄືສອງວັນປະຫວັດສາດ ຄື: ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ແລະ ວັນ ສ້າງຕັ້ງສາຍພົວພັນ ທາງການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ ໃຫ້ມີຄວາມຫມາຍສຳຄັນ ແລະ ປະ ກອບສ່ວນຕໍ່ມິດຕະພາບອັນຍິ່ງໃຫຍ່ ທັງເປັນ ການ ເສີມຂະຫຍາຍສາຍພົວພັນຮ່ວມມື ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ຫມັ້ນຄົງຂະນົງແກ່ນ ຕະຫລອດໄປ.

ທ່ານ ບົວໄລ ພານຸວົງ ຫົວຫນ້າຫ້ອງການ ກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຊີ້ໃຫ້ເຫັນວ່າ: ການເຄື່ອນໄຫວສແດງສິລະປະ-ວັນ ນະຄະດີ ຂອງກອງສິລະປະກອນ ແຫ່ງຊາດລາວ ຢູ່ ທັງສາມແຫ່ງ ຂອງສສ ຫວຽດນາມໃນຄັ້ງນີ້ ເຫັນວ່າ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ສາມາດສ່ອງແສງ ໃຫ້ ການນຳພັກ, ລັດ ແລະ ປະຊາຊົນຊາວຫວຽດນາມ ໄດ້ຮູ້ໄດ້ເຫັນ ສິລະປະ-ວັດທະນະທຳ ອັນດີງາມຂອງ ຊາດລາວ ໂດຍສະເພາະ ບົດເພງ, ບົດຟ້ອນ, ການເປົ່າ ແຄນ, ການສະແດງກາຍະສິນ ແລະ ອື່ນໆ ທີ່ເປັນເອ ກະລັກ. ສິ່ງສຳຄັນ ການສະແດງຄັ້ງນີ້ ໄດ້ປະກອບ ສ່ວນເຂົ້າໃນການ ສະເຫລີມສະຫລອງປີສາມັກຄີ ກໍ ຄືສອງວັນປະຫວັດສາດດັ່ງກ່າວ ໃຫ້ມີຄວາມຫມາຍ ຄວາມສຳຄັນ ຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ລະຫວາງ ລາວ ແລະ ຫວຽດນາມ, ທັງເປັນການເຜີຍ ແຜ່, ສຶກສາອົບຮົມ ໃຫ້ຄົນຮຸ່ນຫນຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖີງຄວາມສຳພັນ ອັນແຫນ້ນແຟ້ນ ທີ່ຫາຍາກ ໃນໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here