ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກິດຈະກຳຍ່າງເພື່ອສະເຫລີມສະຫລອງ ວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ ຄົບຮອບ 19 ປີ (28/4/2003-28/4/2022) ໂດຍມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວ, ທ່ານ ໄຊບັນດິດ ຣາດຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານອົງການແຮງງານສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງ ຮສສ ໄດ້ກ່າວວ່າ: ວັນທີ 28 ເມສາ 2022 ຂອງທຸກປີ ເປັນວັນທີ່ມີຄວາມໝາຍ ແລະ ຄວາມສໍາຄັນຫລາຍຕໍ່ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກອຸບັດເຫດແຮງງານ ແລະ ພະຍາດອາຊີບ, ທັງເປັນການສົ່ງເສີມ ແລະ ປູກຈິດສໍານຶກໃຫ້ທຸກພາກສ່ວນເສດຖະກິດ-ສັງຄົມ ໃນການປ້ອງກັນອຸບັດເຫດແຮງງານ ແລະ ພະຍາດອາຊີບ ແນໃສ່ຫລຸດຜ່ອນການໄດ້ຮັບບາດເຈັບ ແລະ ການເສຍຊີວິດຈາກການເຮັດວຽກ ຫລື ອາດຈະກາຍເປັນຜູ້ພິການ, ເສຍອົງຄະ, ເປັນພະຍາດຕ່າງໆ ຫລື ອາດເຖິງຂັ້ນເສຍຊີວິດ ແລະ ບັນຫາອື່ນໆທີ່ທຸກຄົນບໍ່ເພິ່ງປາດຖະໜາ. ສະນັ້ນ, ອົງການແຮງງານສາກົນຈຶ່ງໄດ້ຕົກລົງປະກາດເອົາວັນທີ 28 ເມສາ ຂອງແຕ່ລະປີ ເປັນວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ. ສຳລັບຄໍາຂວັນ ປີ 2022 ອົງການແຮງງານສາກົນ ໄດ້ໃສ່ຫົວຂໍ້ວ່າ: “ຮ່ວມກັນປະຕິບັດ ເພື່ອສ້າງວັດທະນະທໍາດ້ານຄວາມປອດໄພ ແລະ ສຸຂະພາບແຮງງານທີ່ດີ”.

ພະຍາດອາຊີບທີ່ເກີດຂຶ້ນ ຍ້ອນການເຮັດວຽກຍັງສືບຕໍ່ເປັນສາເຫດຫລັກ ຂອງການເສຍຊີວິດຂອງຜູ້ອອກແຮງງານ, ອີງຕາມການຄາດຄະເນຂອງອົງການແຮງງານ ສາກົນເຫັນວ່າມີຈຳນວນ 2,34 ລ້ານຄົນ ເສຍຊີວິດຍ້ອນການປະກອບອາຊີບໃນແຕ່ລະປີ, ສະເລ່ຍແລ້ວໃນແຕ່ລະວັນໄດ້ມີຜູ້ເສຍຊີວິດຈຳ ນວນ 5.500 ຄົນ ຍ້ອນອຸບັດເຫດແຮງງານ ແລະ ພະຍາດອາຊີບ ແລະ ມີທ່າອ່ຽງນັບມື້ນັບຈະເພີ່ມຂຶ້ນ, ຕໍ່ບັນຫາດັ່ງກ່າວບັນດານັກຄົ້ນຄ້ວາ ແລະ ຊ່ຽວຊານດ້ານຄວາມປອດໄພແຮງງານ ໄດ້ໃຫ້ທັດສະນະວ່າ 80% ຂອງຜູ້ອອກແຮງງານທີ່ໄດ້ຮັບເຄາະຮ້າຍນັ້ນ ສາມາດປ້ອງກັນໄດ້ຖ້າລັດຖະບານ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍແຮງງານຕ່າງໆຫາກມີນະໂຍບາຍ, ມີແຜນການ, ມີລະບຽບ, ມີມາດຕະ ການທີ່ດີ ແລະ ເຄັ່ງຂັດເພື່ອປ້ອງກັນ.

ທ່ານ ພົງສະຫວັນ ໄຊໂກສີ ຍັງໃຫ້ຮູ້ອີກວ່າ: ສຳລັບຢູ່ ສປປ ລາວ ພວກເຮົາ ແຮງງານສ່ວນຫລາຍ ແມ່ນແຮງງານເຄື່ອນຍ້າຍຈາກຊົນນະບົດ ເຂົ້າມາເຮັດວຽກຢູ່ໃນຕົວເມືອງ, ຄວາມຮູ້ທາງດ້ານການປ້ອງກັນອຸບັດເຫດແຮງງານ ແລະ ພະຍາດອາຊີບຍັງຕ່ຳ, ເຮັດວຽກຕາມເປັນຕາມເກີດຈຶ່ງມີຄວາມສ່ຽງຫລາຍ ທີ່ຈະເກິດມີອຸບັດເຫດແຮງງານ ແລະ ພະຍາດຕ່າງໆທີ່ອາດຈະເກີດຂຶ້ນຍ້ອນການເຮັດວຽກທີ່ບໍ່ມີຄວາມປອດໄພ. ຕໍ່ບັນຫາດັ່ງກ່າວ, ພັກ ແລະ ລັດຖະບານ ແມ່ນເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍ ຕໍ່ຊີວິດ ແລະ ຊັບສິນຂອງຜູ້ອອກແຮງງານ ຈຶ່ງໄດ້ວາງນະໂຍບາຍ ແລະ ຊີ້ນຳຂະແໜງການທີ່ກ່ຽວຂ້ອງໃນການກຳນົດຍຸດທະສາດ ແລະ ແຜນການກ່ຽວກັບການປ້ອງກັນຄວາມປອດໄພ ແລະ ສຸຂະ ພາບແຮງງານ, ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ, ດໍາລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອນຳໃຊ້ໃນການປົກປ້ອງແຮງງານ.

ຂ່າວ-ພາບ: ສຸກສະຫວັດ

LEAVE A REPLY

Please enter your comment!
Please enter your name here