ວັນທີ 22 ກໍລະກົດ 2022 ຢູ່ທີ່ສະໂມສອນຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຄະນະຊາວໝຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມີນ ສສ ຫວຽດນາມ ເຄື່ອນໄຫວສ້າງກິດຈະກຳ ກວດພະຍາດ, ຈ່າຍຢາ ແລະ ຝຶກອົບຮົມວຽກງານເຍົາວະຊົນ, ວຽກງານກະສີກຳໂດຍການເຂົ້າຮ່ວມຕ້ອນຮັບຂອງທ່ານ ຄໍາແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຈໍາປາສັກ, ທ່ານ ໂພໄຊ ຈັນທະວີໄຊ ຄະນະບໍລິຫານງານຊາວໝຸ່ມເມືອງ ພ້ອມຄະນະ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງເມືອງ, ຄະນະຊາວໜຸ່ມຈາກໂຮງໝໍແຂວງ, ວິທະຍາໄລວິທະຍາດສຸກຂະພາບ, ໂຮງງານຊີບີເອັບ ( CBF ) ພໍ່ແມ່ປະຊາຊົນອ້ອມຂ້າງເມືອງ ແລະ ນ້ອຍເຍົາວະຊົນ ມສ ສຸກສຳພັນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນການເຄື່ອນໄຫວສ້າງກິດຈະກຳໃນຄັ້ງນີ້: ໄດ້ນໍາເອົາຄວາມຮູ້ໃນການປູກຕົ້ນຖົ່ວລຽນ, ແຕ້ມຮູບລະບາຍສີ ແລະກວດພະຍາດ,ຈ່າຍຢາໂດຍບໍ່ເສຍຄ່າ ນອກນັ້ນຕ່າງໜ້າຄະນະຊາວໜຸ່ມອາສາສະໜັກລະດູແລ້ງສີຂຽວ ນະຄອນໂຮ່ຈິມີນ ສສ ຫວຽດນາມ ຍັງໄດ້ມອບຄອມພີວເຕີ ຈໍານວນ 1 ເຄື່ອງ ໃຫ້ແກ່ທ່ານ ໂພໄຊ ຈັນທະວິໄຊ ຄະນະບໍລິຫານງານຊາວໜຸ່ມເມືອງເພື່ອນຳໃຊ້ເຂົ້າໃນວຽກງານວິຊາເພາະ.

#Medialaos.#ສື່ມວນຊົນແຂວງຈຳປາສັກ

ຂ່າວ-ພາບ: ນາງ ເພັດສະຫວັນ ນັກຂ່າວເມືອງ

LEAVE A REPLY

Please enter your comment!
Please enter your name here