ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍບໍາລຸງ ( ມ7 ) ທົ່ວເມືອງຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ກໍລະກົດ 2022 ທີ່ສູນສອບເສັງໂຮງຮຽນ ມສ ໂນນສະຫວ່າງ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຕັດຫົວບົດສອບເສັງຂອງ ທ່ານ ທອງເວີນ ແກ້ວວົງສັກ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ, ມີຕາງໜ້າພະແນກສຶກສາທິການ-ກິລາແຂວງ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ

ສໍາລັບສູນການສຶກສານອກໂຮງຮຽນພາຍໃນເມືອງ ແມ່ນເລັ່ງໃສ່ບໍາລຸງຍົກລະດັບການສຶກສາໃຫ້ແກ່ປະຊາຊົນໃນກຸ່ມເປົ້າໝາຍທີ່ຮຽນບໍ່ຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ, ເຊິ່ງມີນັກຮຽນທີ່ມາຈາກ ເມືອງທ່າປາງທອງ ແລະ ມາຈາກກຸ່ມບ້ານຕ່າງໆພາຍໃນເມືອງ. ການສອບເສັງຈົບຊັ້ນມັດທະຍົມຕອນປາຍບໍາລຸງ ( ມ7 ) ປີນີ້ ມີນັກສອບເສັງທັງໝົດ 10 ຄົນ, ຍິງ 05 ຄົນ, ການສອບເສັງແມ່ນມີ 04 ວິຊາສອບເສັງຄື: ວິຊາພາສາລາວ-ວັນະຄະດີ,ຄະນິດສາດ, ເຄມີສາດ ແລະ ວິຊາພູມສາດ

ໂອກາດດັ່ງກ່າວ ທ່ານ ທອງເວີນ ແກ້ວວົງສັກ ກໍ່ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ ເຊີ່ງທ່ານກໍ່ໄດ້ເນັ້ນໜັກໃຫ້ຄະນະກຳມະການທີ່ຖືກແຕ່ງຕັ້ງຮັບຜິດຊອບການສອບເສັງຄັ້ງນີ້ ຈົ່ງຢຶດໝັ້ນຕໍ່ອຸດົມການ, ມີຈັນຍາບັນຕັ້ງໜ້າປະຕິບັດລະບຽບການສອບເສັງ ແລະ ຮຽກຮ້ອງໃຫ້ນັກສອບເສັງຈົ່ງຕັ້ງໃຈເຮັດບົດສອບເສັງຂອງໃຜລາວ, ຫຼີກ ລ້ຽງການເຮັດຜິດກົດລະບຽບ ການສອບເສັງເປັນຕົ້ນແມ່ນການ ໃຊ້ໂທລະສັບມືຖື ຫຼືກ່າຍກັນເພື່ອ ໃຫ້ການສອບເສັງດໍາເນີນໄປ ດ້ວຍຜົນສໍາເລັດຢ່າງຈົບງາມ ດັ່ງນັ້ນນັກສອບເສັງທຸກຄົນຕ້ອງຮັກສາລະບຽບຂອງການສອບເສັງທີ່ວາງອອກຢ່າງເຄັ່ງຄັດ ແລະ ມີວິໃນ,ຕ້ອງນໍາໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມານຳຄູ-ອາຈານເຂົ້າໃນການສອບເສັງໃຫ້ໄດ້, ທຸກຄົນຕ້ອງກະກຽມໃຫ້ພ້ອມທຸກເວລາກ່ອນເຂົ້າຫ້ອງສອບເສັງ, ສິ່ງໜຶ່ງອີກກໍ່ແມ່ນບົດຮຽນທີ່ໄດ້ຮຽນມາຕ້ອງໄດ້ທົບທວນ ແລະ ອ່ານຄືນ. ການສອບເສັງມັນບໍ່ນອກເໜືອຈາກບົດຮຽນທີ່ໄດ້ຮຽນມາ, ຈາກນັ້ນທ່ານຫົວໜ້າຫ້ອງການສຶກສາທິການ-ກິລາເມືອງກໍ່ໄດ້ເປັນກຽດຕັດ ຫົວບົດສອບເສັງຈົບຊັ້ນມັດທະຍົມຕອນປາຍບໍາລຸງ ( ມ7 ) ປະຈໍາສົກຮຽນ 2021-2022 ຢ່າງເປັນທາງການ. ເຊິ່ງການສອບເສັງແມ່ນຈະໃຊ້ເວລາຢູ່ 02 ວັນເຕັມຄື: ນັບແຕ່ວັນທີ 21 – 22 ກໍລະກົດ 2022 ຈິ່ງສໍາເລັດຕາມແຜນການ %

#savannakhet#medialaos

LEAVE A REPLY

Please enter your comment!
Please enter your name here