Thursday, September 19, 2024
Homeຂ່າວກິລາແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ 9 ລາຍການ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ

ແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ 9 ລາຍການ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ

ພິທີຖະແຫຼງຂ່າວ ກະກຽມຈັດການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ຄັ້ງທີ 1 ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ມີ ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ປະທານສະຫະພັນກິລາດອກປີກໄກ່ແຂວງ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍຜູ້ໃຫ້ການອຸປະຖຳຫຼັກ, ນັກກິລາ ແລະ ສື່ມວນຊົນ ເຂົ້າຮ່ວມ.

ທ່ານ ວັນທອງ ແພງສະຫວັດ ກ່າວວ່າ: ການຈັດການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊີງຂັນທ່ານເຈົ້າແຂວງຫຼວງພະບາງຄັ້ງນີ້ ເປັນການຍົກລະດັບ ແລະ ພັດທະນານັກກິລາຂອງແຂວງ ໃຫ້ມີຄວາມຮູ້ ຄວາມສາມາດຂຶ້ນອີກບາດກ້າວໜຶ່ງ, ທັງເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ 2022 ແລະ ເປັນການຊຸກຍູ້ການທ່ອງທ່ຽວຂອງແຂວງຫຼວງພະບາງ ໃຫ້ກັບມາມີບັນຍາກາດຄຶກຄື້ນ ແລະ ກວ້າງຂວາງຂຶ້ນກວ່າເກົ່າ ແລະ ທ່ານໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ສຸມໃສ່ກະກຽມວຽກງານຮອບດ້ານເພື່ອເຮັດໃຫ້ການແຂ່ງຂັນປະສົບຜົນສຳເລັດ ທັງມີບັນຍາກາດຄຶກຄື້ນ ແລະ ເຊີນຊວນນັກກິລາດອກປີກໄກ່ໃນທົ່ວປະເທດ ເຂົ້າມາຮ່ວມແຂ່ງຂັນ ທັງທ່ຽວຊົມສະຖານທີ່ທ່ອງທ່ຽວຂອງແຂວງຫຼວງພະບາງໃຫ້ຫຼາຍຂຶ້ນ.

ສຳລັບການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ຈະດຳເນີນຂຶ້ນໃນລະຫວ່າງວັນທີ 28-30 ກໍລະກົດ 2022 ນີ້ ຊຶ່ງຜູ້ທີ່ຈະເຂົ້າຮ່ວມແຂ່ງຂັນ ສາມາດລົງທະບຽນໄດ້ທີ່ສະໂມສອນດອກປີກໄກ່ຫຼວງພະບາງ ຕັ້ງຢູ່ບ້ານນາຫຼວງ ນະຄອນ-ຫຼວງພະບາງ ເລີ້ມແຕ່ມື້ນີ້ ຈົນເຖິງວັນທີ 25 ກໍລະກົດ ເວລາ 20:00 ໂມງ ຊຶ່ງເປັນມື້ຈັບສະຫຼາກການແຂ່ງຂັນ ຫຼື ຈະສະໝັກຜ່ານ Facebook page: LuangParbang Badminton Championship, WhatsApp +85620 7777 7112, ສ່ວນຢູ່ນະຄອນຫຼວງວຽງຈັນ ສາມາດຕິດຕໍ່ໄດ້ທີ່ເບີ 020 97 455 355. ສຳລັບການແຂ່ງຂັນປະກອບມີ 9 ລາຍການຄື: ດ່ຽວຊາຍ ເຍົາວະຊົນ ອາຍຸບໍ່ເກີນ 14 ປີ, ດ່ຽວຊາຍ ເຍົາວະຊົນ ອາຍຸບໍ່ເກີນ 18 ປີ, ຄູ່ຊາຍ ສະໝັກຫຼິ້ນ ອາຍຸ 18-45 ປີ (ບໍ່ອະນຸຍາດໃຫ້ຊຸດໃຫຍ່ ທີ່ໄປແຂ່ງຂັນຊີເກມ 2022 ລົງແຂ່ງຂັນ ແລະ ບໍ່ອະນຸຍາດໃຫ້ ທີມຊາດຊຸດໃຫຍ່ທີ່ບໍ່ໄດ້ໄປແຂ່ງຂັນຊີເກມ, ອະດີດທີມຊາດ, ນັກກິລາທີ່ເຄີຍໄດ້ແຊັມຮຸ່ນນີ້ ໃນລາຍການລະດັບປະເທດ ຈັບຄູ່ກັນລົງແຂ່ງຂັນ), ຄູ່ຊາຍທົ່ວໄປ (ບໍ່ຈຳກັດອາຍຸ ນັກກິລາທີມຊາດສາມາດລົງແຂ່ງຂັນໄດ້), ດ່ຽວຊາຍ ທົ່ວໄປ (ບໍ່ຈຳກັດອາຍຸ ນັກກິລາທີມຊາດສາມາດລົງແຂ່ງຂັນໄດ້), ຄູ່ຍິງ ທົ່ວໄປ (ບໍ່ຈຳກັດອາຍຸ ນັກກິລາທີມຊາດສາມາດລົງແຂ່ງຂັນໄດ້), ຄູ່ປະສົມ ທົ່ວໄປ (ບໍ່ຈຳກັດອາຍຸ ນັກກິລາທີມຊາດສາມາດລົງແຂ່ງຂັນໄດ້) ແລະ ຄູ່ຊາຍ ອາວຸໂສອາຍຸລວມກັນ 90 ປີຂຶ້ນໄປ (ນັກກິລາ 2 ຄົນ ຕ້ອງລວມອາຍຸລວມກັນ ກາຍ 90 ປີ). ພ້ອມນັ້ນ ບໍລິສັດ ເບຍລາວ ໄດ້ມອບອຸປະຖຳເປັນເງິນສົດ ຈຳນວນ 97 ລ້ານກີບ.

(ຂ່າວ-ພາບ: ແຂວງ ຫຼວງພະບາງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments