Friday, September 20, 2024
Homeຂ່າວຕ່າງປະເທດອີຣານ ແລະ ຣັດເຊຍ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານພະລັງງານ

ອີຣານ ແລະ ຣັດເຊຍ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານພະລັງງານ

ວິທະຍຸກະຈາຍສຽງຫວຍດນາມລາຍງານວ່າ: ວັນທີ 19 ກໍລະກົດ ຜ່ານມາ, ບໍລິສັດນ້ຳມັນອາຍແກັສແຫ່ງຊາດ ອີຣານ (NIOC) ແລະ ກຸ່ມບໍລິສັດເຊື້ອເພີງ ແກັສພອມ (Gazprom) ຂອງ ຣັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືທາງດ້ານພະລັງງານ ທີ່ມີມູນຄ່າ 40 ຕື້ໂດລາ. ຂໍ້ຕົກລົງສະບັບນີ້, ຜູ້ອຳນວຍການຝ່າຍບໍລິຫານ (CEO) ຂອງ 2 ບໍລິສັດ ໄດ້ລົງນາມກົງກັບວັນທີ່ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເດີນທາງໄປ ເຕເຮຣານ ເພື່ອພົບປະສົນທະນາກັບຄູ່ຮ່ວມຕຳແໜ່ງ ອີຣານ ແລະ ຕວັກກີ.

ຂ່າວລະບຸວ່າ: ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ກຸ່ມບໍລິສັດເຊື້ອໄຟ ແກັສພອມ ຈະຊ່ວຍບໍລິສັດນ້ຳມັນອາຍແກັສແຫ່ງຊາດ ອີຣານ ພັດທະນາບັນດາບໍ່ອາຍແກັສຢູ່ເມືອງຄິສ, ສະໜາມແກັສນອດພາສ ແລະ ບໍ່ນ້ຳມັນ 6 ແຫ່ງ. ກຸ່ມບໍລິສັດເຊື້ອໄຟ ແກັສພອມ ກໍຈະເຂົ້າຮ່ວມບັນດາໂຄງການນ້ຳມັນອາຍແກັສແຫຼວ (LNG) ແລະ ສ້າງທໍ່ສົ່ງນ້ຳມັນອາຍແກັສ ໄປໃຫ້ ອີຣານ. ປັດຈຸບັນນີ້, ອີຣານ ແມ່ນປະເທດສະສົມນ້ຳມັນອາຍແກັສທຳມະຊາດໃຫຍ່ອັນດັບທີສອງໃນໂລກ, ຖັດຈາກ ຣັດເຊຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments