Saturday, September 21, 2024
Homeຂ່າວການເມືອງ"ຂະບວນລົດໄຟສັນຕິພາບ"ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງຮອດນະຄອນຫຼວງວຽງຈັນ

“ຂະບວນລົດໄຟສັນຕິພາບ”ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງຮອດນະຄອນຫຼວງວຽງຈັນ

ພິທີີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດນີ້, ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົ.ວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ,​ ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ທ່ານ ພົ.ວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ກ່າວວ່າ: ຕາງໜ້າກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕ້ອນຮັບ “ ຂະບວນລົດໄຟສັນຕິພາບ 2022 ” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ ແລະ ປອດໄພ. ຂະບວນລົດໄຟສັນຕິພາບມີຄວາມສໍາຄັນໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.

ທ່ານ ພັນເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກກົມຮັບປະກັນພະລາທິການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນມິດຕະພາບລະຫວ່າງສອງກອງທັບລາວ-ຈີນ. ໃນການເດີນທາງຄັ້ງນີ້ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າມີຄວາມກຽມພ້ອມທຸກຢ່າງໃນການຊ້ອມຮົບ ແລະຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວກໍໄດ້ກຽມພ້ອມທຸກຢ່າງໃຫ້ແກ່ການຊ້ອມຮົບຄັ້ງນີ້. ຂ້າພະເຈົ້າຫວັງວ່າການຊ້ອມຮົບຂອງສອງກອງທັບລາວ-ຈີນພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ຕາມຂໍ້ມູນຈາກກົມເສນາຮັກຮູ້ວ່າ: ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະ ກົດ 2022, ທີ່ສະໂມສອນໃຫຍ່ພະລາທິການກອງທັບນະຄອນຫຼວງວຽງຈັນ. ໃນຕອນບ່າຍມື້ດຽວກັນກໍຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງໜ່ວຍເສນາຮັກ ແລະໜ່ວຍພາລາທິການ “ຂະບວນລົດໄຟສັນຕິພາບ 2022” ແລະກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments