ໃນລະບອບການປົກຄອງຂອງພວກສັກດີນາ, ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ແມ່ຍິງລາວບັນດາເຜົ່າ ດຳລົງຊີວິດ ຢູ່ໃນຄວາມມືດມົນ, ບໍ່ມີອິດສະລະພາບ, ພວກເຂົາຖືແມ່ຍິງ ເປັນຄົນໂງ່ຈ້າ, ຫລ້າຫລັງ, ດູຖູກໝິ່ນ ປະໝາດ, ບໍ່ມີສິດ, ບໍ່ມີໂອກາດຮ່ຳຮຽນ ຍົກລະດັບຄວາມຮູ້ ຄວາມສາມາດ, ຖືກກົດຂີ່ຂົ່ມເຫງ, ຂົ່ມຂືນທຳຊໍາເລົາ, ທຳລາຍກຽດສັກສີ ເຮັດໃຫ້ແມ່ຍິງ ບໍ່ມີບົດບາດ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ລວມທັງບົດບາດ ຢູ່ໃນຄອບຄົວ; ສະນັ້ນ ເພື່ອປົດປ່ອຍຕົນເອງ ອອກຈາກແອກປົກຄອງດັ່ງກ່າວ ແມ່ຍິງລາວບັນເຜົ່າໄດ້ອຸທິດຊີວິດ, ເລືອດເນື້ອເຫື່ອແຮງ, ສະຕິປັນຍາຄຽງບ່າຄຽງໄຫລ່ ກັບເພດຊາຍຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານ.
ຍ້ອນເຫັນບົດບາດ ແມ່ຍິງໃນພາລະກິດດັ່ງກ່າວ ພັກຈຶ່ງໄດ້ເອົາໃຈໃສ່ ສຶກສາອົບຮົມ, ເຕົ້າໂຮມກຳລັງແຮງ ຂອງແມ່ຍິງ ໂດຍການຈັດຕັ້ງ ໜ່ວຍຄົ້ນຄວ້າ ວຽກງານແມ່ຍິງຂຶ້ນ ໃນວັນທີ 20 ກໍລະກົດ 1955 ຊຶ່ງແມ່ນຕົ້ນກຳເນີດ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ໃນປັດຈຸບັນ.
#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)