ໃນຕອນຄ່ຳວັນທີ 18 ກໍລະກົດ 2022 ທີ່ໂຮງລະຄອນແຫ່ງຊາດ ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີເປີດສັບປະດາວັດທະນະທຳ ແລະ ການສະແດງສິລະປະວັນນະຄະດີ ຈາກກອງສິລະປະກອນແຫ່ງຊາດ ສປປ ລາວ ເພື່ອສະເຫລີມສະ ຫລອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັໍ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຟາມ ບິງມິງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳ ການລັດຖະບານ ແຫ່ງ ສສ ຫວຽດນາມ, ມີການນຳ ພັກ-ລັດ ລາວ-ຫວຽດນາມ ແລະ ມວນຊົນຊາວຫວຽດນາມ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວເປີດງານວ່າ: ການສະແດງສິລະປະວັດທະນະທໍາ ຄັ້ງນີ້ ມີນັກສະແດງຜູ້ໜຸ່ມນ້ອຍ ແລະ ດີເດັ່ນຂອງລາວ ເຊິ່ງປະກອບມີ 9 ລາຍການ ຄື: ບົດ ຟ້ອນເຜົ່າລາວສາມັກຄີ, ຟ້ອນຜ້າລາຍຄາມ, ຟ້ອນມິດຕະພາວ ລາວ-ຫວຽາມ ແລະ ຟ້ອນ ມີບົດເພງປະກອບມີ ເພງບາກໂຮ່ໂບດຕິ່ງອຽວບາວລາ, ເພງລຸງໄກສອນ, ເພງລຳວົງສາ ມັກຄີ, ເພງຫວຽດນາມເກີຍດານກິຕ່າ, ດ່ຽວແຄນ ໃນເພງລົມພັດໃຜ່-ເຢັນສະບາຍ ຊາວນາ ແລະ ການສະແດງກາຍະສິນ. ບົດສະແດງ ທັງໝົດແມ່ນມີເນື້ອໃນເວົ້າເຖິງມູນເຊື້ອ ສິລະປະວັດທະນະທໍາອັນດີງາມ ທັງເປັນເອກະລັກຂອງປະຊາຊົນລາວ ບັນດາເຜົ່າ, ສັນລະເສີນປະເທດຊາດ ຮັ່ງມີ ສວຍງາມ ແລະ ຜົນສໍາເລັດຂອງພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກນັ້ນ ກໍຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນ ມູນເຊື້ອຄວາມມສາມັກຄີມິດຕະພາບແບບພິເສດ ແລະ ດູດດືມ ລະຫວ່າງ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ອີກດ້ວຍ. ນອກຈາກການສະແດງ ຢູ່ນະຄອນຫລວງຮ່າໂນ້ຍແລ້ວ, ຄະນະດັ່ງກ່າວ ກໍຍັງຈະໄດ້ໄປສະແດງຮັບໃຊ້ທ່ານຜູ້ຊົມຊາວຫວຽດນາມ ຢູ່ຫລາຍທ້ອງຖິ່ນຂອງຫວຽດນາມ.

ການຈັດງານສັບປະດາວັດທະນະທໍາລາວ ຂຶ້ນທີ່ ສສ ຫວຽດນາມ ຄັ້ງນີ້ ໂດຍແມ່ນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ເຊິ່ງປະກອບມີ 2 ກິດຈະກໍາຫລັກ, ນອກຈາກການສະແດງສິລະປະ ດັ່ງກ່າວແລ້ວ ຍັງມີງານວາງສະແດງຮູບພາບລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ມິດຕະພາບ ລາວ-ຫວຽດນາມ ຢືນຍົງຕະຫລອດໄປ” ທີ່ເປີດຂຶ້ນຢູ່ ສູນວາງສະແດງ, ສິລະປະ ແລະ ວັດທະນະທໍາຫວຽດນາມ ແຕ່ວັນທີ 19-21 ກໍລະກົດ 2022. ຈຶ່ງຂໍຮຽນເຊີນບັນດາທ່ານການນໍາພັກ-ລັດ, ຜູ້ຕາງໜ້າຂະແໜງ ການ, ຕະຫລອດເຖິງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ພີ່ນ້ອງຊາວນະຄອນຫລວງ ຮ່າໂນ້ຍ ຈົ່ງໄດ້ໃຫ້ກຽດເຂົ້າຮ່ວມຊົມງານວາງສະແດງ ຮູບພາບດັ່ງກ່າວດ້ວຍ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວຕື່ມວ່າ: ເປັນເວລາກວ່າເຄິ່ງສັດຕະ ວັດຜ່ານມາແລ້ວ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ເຊິ່ງມີປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ກໍຄື ຜູ້ນໍາຮຸ່ນຕ່າງໆໄດ້ກໍ່ສ້າງ ແລະ ຖະນຸທະ ໝອມຄວາມສາມັກຄີ ມິດຕະພາບ ເຊິ່ງກາຍເປັນມໍລະດົກອັນລໍ້າຄ່າ ແລະ ຫາໄດ້ຍາກຢູ່ໃນໂລກ, ນັບແຕ່ນັ້ນມາສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຮ່ວມສຸກຮ່ວມທຸກໃນອຸດົມການ ແລະ ຢືນຢູ່ຂຸມຄອງດຽວກັນ ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ ເລືອດຂອງນັກຮົບປະຕິວັດ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ໄຫລອາບຍ້ອມຜືນແຜ່ນດິນຂອງສອງຊາດ ເປັນເວລາອັນແສນຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ເພື່ອຕໍ່ສູ້ກັບພວກ ຈັກກະພັດຜູ້ຮຸກຮານ ທັງແບບເກົ່າ ແລະ ແບບ ໃໝ່ ສາມາດຍາດເອົາເອກະລາດ ອິດສະລະພາບ ແລະ ປົດປ່ອຍປະເທດຊາດ ຂອງພວກເຮົາໄດ້ຢ່າງມີໄຊ.

ປັດຈຸບັນ ຢູ່ໃນພາລະກິດການປົກປັກ ແລະ ສ້າງສາພັດທະນາປະເທດຊາດ ສອງຊາດພວກເຮົາ ກໍຍັງສືບຕໍ່ສາມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນຢ່າງ ຮອບດ້ານ ແລະ ມີປະສິດທິຜົນ ອັນເຮັດໃຫ້ປະເທດຊາດ ແລະ ປະຊາຊົນ ທັງສອງພວກເຮົາມີຄວາມຈະ ເລີນຮັ່ງມີ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມກັນຄຽງບ່າຄຽງໄຫລ່ກັບປະຊາຊາດໃນຂົງເຂດ ແລະ ໃນໂລກ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ສັນຕິພາບ, ມິດຕະ ພາບ ການຮ່ວມມື ແລະ ພັດທະນາ.

ເຖິງວ່າຢູ່ໃນໂລກຂອງພວກເຮົາ ປະຈຸບັນນີ້ ຈະມີການ ປ່ຽນແປງໄປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ ຍາກກໍຕາມ ປະຊາຊົນລາວບັນດາເຜົ່າ ຍາມໃດກໍຈົດຈໍາບຸນ ຄຸນອັນໃຫຍ່ຫລວງ ການຊ່ວຍເຫລືອ ອັນລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ມີຕໍ່ພາລະກິດ ປະຕິວັດຂອງລາວຕະຫລອດມາ, ພິເສດໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດຮ້າຍແຮງ ແລະ ໜັກໜ່ວງນັ້ນ ພັກ-ລັດ ແລະ ປະຊາຊົນຫວຽດ ນາມ ກໍໄດ້ໃຫ້ການຊ່ວຍເຫລືອທາງດ້ານຢາປົວພະຍາດ, ອຸປະກອນການແພດ, ຕະຫລອດຮອດແພດໜໍ ແກ່ປະຊາຊົນລາວ ຢ່າງທັນການ ແລະ ມີປະສິດທິຜົນ, ປະຊາຊົນລາວ ຈະຂໍສືບຕໍ່ທະນຸຖະໝອມ ແລະ ສຶກສາອົບຮົມປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ຮຽນຮູ້ ສືບທອດ ເສີມຂະຫຍາຍ ແລະ ປົກປັກຮັກສາສາຍສໍາພັນມິດຕະ ພາບ ອັນຍິ່ງໃຫຍ່ໃຫ້ຢືນຍົງຊົ່ວກາລະນານ.

ຂ່າວ: ບຸນກອງ

ພາບ: ອ່າຍຄຳ

LEAVE A REPLY

Please enter your comment!
Please enter your name here