Sunday, September 22, 2024
Homeຂ່າວຕ່າງປະເທດເອຢິບ ແລະ ອາເມຣິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ເອຢິບ ແລະ ອາເມຣິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 16 ກໍລະກົດ ຜ່ານມາ, ທ່ານ ອັບເດວ ຟາຕາ ເອລ ຊິຊິ ປະທານາທິບໍດີ ເອຢິບ ແລະ ຄູ່ຕຳແໜ່ງ ທ່ານ ໂຈໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມຣິກາ – ເອຢິບ, ເພີ່ມທະວີການທາບທາມຄວາມເຫັນກ່ຽວກັບບາງສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນທົ່ວໂລກ.

ຂ່າວລະບຸວ່າ: ຕາມຖະແຫຼງການຮ່ວມທີ່ຍົກອອກມາພາຍຫຼັງການເຈລະຈາລະຫວ່າງການນຳສອງຝ່າຍ ຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຣັບ-ອາເມຣິກາ ເມື່ອວັນທີ 16 ກໍລະກົດ, ຢູ່ ເຈດດາ, ອາຣັບບີຊາອຸດິ, ສອງຝ່າຍໄດ້ຢ້ຳຄືນຄຳໝັ້ນສັນຍາ ຕໍ່ການເຈລະຈາຍຸດທະສາດ ອາເມຣິກາ – ເອຢິບ ໂດຍທ່ານ ອັນໂຕນີ ບລິນເຄນ ລັດຖະມົນຕີການຕ່າງປະເທດ ເອເມຣິກາ ແລະ ທ່ານ ຊາເມະ ຊູຄິຣ ລັດຖະມົນຕີການຕ່າງປະເທດ ເອຢິບ ເປັນປະທານຮ່ວມ. ການນຳສອງທ່ານໄດ້ສະແດງຄວາມຫວັງທີ່ຈະພົບປະຄືນໃໝ່ໃນໄລຍະຈະມາເຖິງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments