ໃນລະຫວ່າງວັນທີ 16-19 ກໍລະກົດ 2022 ສະຫາຍ ບຸ່ຍ ວັນ ແທກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນໍາ ຫ້ອງວ່າການສູນກາງພັກ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ການພົວພັນຮ່ວມມືຂອງ ສອງຫ້ອງວ່າການສູນກາງພັກລາວ-ຫວຽດນາມ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດພົບປະຄັ້ງນີ້, ທັງສອງຝ່າຍ ຕາງກໍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບ ລວມຂອງປະເທດ ການເຄື່ອນໄຫວວຽກງານ ໄລຍະ 6 ເດືອນຕົ້ນປີ 2022, ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ພ້ອມກັນວາງທິດທາງການຮ່ວມມື ໃນໄລຍະຕໍ່ໜ້າ; ພ້ອມທັງໄດ້ປຶກສາຫາລືກັນກ່ຽວກັບ ແຜນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກ ທີ່ຈະໄດ້ເຊັນກັນໃນໄລຍະທ້າຍປີ 2022 ທີ່ຈະມາເຖິງ; ສອງຝ່າຍ ຍັງໄດ້ເປັນເອກະພາບກັນວ່າ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອທີ່ ສອງພັກ, ສອງລັດ ໄດ້ຈັດຕັ້ງປະຕິບັດ, ພ້ອມທັງຈະສືບຕໍ່ແລກປ່ຽນ ລະຫວ່າງ ຄະນະນໍາ, ວິຊາການ ຂອງສອງຫ້ອງວ່າການຢ່າງເປັນປົກກະຕິ.

ພາຍຫລັງສໍາເລັດການພົບປະສອງຝ່າຍແລ້ວ, ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ມອບໃບຈາລຶກກຽດຕິຄຸນ ໃຫ້ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ໃບຍ້ອງຍໍໃຫ້ກົມສຳເນົາ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ. ຈາກນັ້ນ, ສອງຝ່າຍຍັງໄດ້ເຊັນແຜນການຈັດຕັ້ງປະຕິບັດໂຄງການຮ່ວມມືວຽກງານ ຂາເຂົ້າ-ຂາອອກ, ສຳເນົາ, ຫໍສະໝຸດ ໄລຍະປີ 2021-2025 ລະຫວ່າງສອງກົມສຳເນົາຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ຕື່ມອີກ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

LEAVE A REPLY

Please enter your comment!
Please enter your name here