Saturday, September 21, 2024
Homeຂ່າວການເມືອງເປີດສັບປະດາວັດທະນະທຳ ຫວຽດນາມ ສະຫລອງປີສະມັກຄີມິດຕະພາບ ລາວ-ຫວຽດນາມ

ເປີດສັບປະດາວັດທະນະທຳ ຫວຽດນາມ ສະຫລອງປີສະມັກຄີມິດຕະພາບ ລາວ-ຫວຽດນາມ

ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດງານສັບປະດາວັດທະນະທຳ ຫວຽດນາມ ຢູ່ນະຄອນຫລວງວຽງຈັນໃນວັນທີ 18 ກໍລະກົດ 2022 ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໂດຍມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ, ມີ ບັນດາການນຳຂັ້ນສູງ ພັກ, ລັດ ຂອງສອງປະເທດ ລາວ-ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ງານສັບປະດາວັດທະນະທຳ ຄັ້ງນີ້, ເລີ່ມຕົ້ນດ້ວຍການວາງສະແດງຮູບພາບ ທີ່ສ່ອງແສງໃຫ້ເຫັນເຖິງ ທັດສະນີຍະພາບໂດຍລວມຂອງ ສສ ຫວຽດນາມ, ພ້ອມດ້ວຍຜົນງານອັນໃຫຍ່ຫລວງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກຄອມມູນນິດຫວຽດນາມ. ນອກຈາກນີ້, ຍັງມີການສະແດງສິລະປະ ບັນດານັກສິລະປະຫວຽດນາມ ທີ່ມີຄວາມຫລາກຫລາຍທາງດ້ານສິລະປະ, ວັດທະນະທຳອັນຍອດຍິ່ງ ຂອງປະຊາຊົນຫວຽດນາມ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະປະຫວັດສາດຍາວນານຂອງຕົນ ໂດຍສະເພາະ ໃນໄລຍະພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກຄອມມູນິດຫວຽດນາມ ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຖານອ້າຍນ້ອງໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ.

ໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີກະຊວງ ຖວທ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນໃນພິທີວ່າ: ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງ ສສ ຫວຽດນາມ ຈັດງານສັບປະດາວັດທະນະທຳ ສສ ຫວຽດນາມ ຢູ່ທີ່ນະຄອນຫລວງວຽງຈັນ, ພ້ອມໆກັບການຈັດງານສັບປະດາວັດທະນະທຳລາວ ຢູ່ນະຄອນຫລວງຮ່າໂນ່ຍ ສສ ຫວຽດ ນາມ ໃນມື້ດຽວກັນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສອງກະຊວງໃນສົກປີ 2021-2025 ແລະ ແຜນຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2022, ທັງເປັນການສະແດງໃຫ້ເຫັນເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຖານອ້າຍນ້ອງໃນຕະຫລອດໄລຍະຜ່ານມາ ກໍຄື ໃນຍຸກແຫ່ງການເຊື່ອມໂຍງ.

ໂອກາດນີ້, ສະຫາຍ ວັນສີ ກົວມົວ ຍັງໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ກະຊວງ ຖວທ ສະແດງຄວາມຊົມເຊີຍ ມາຍັງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ທີ່ໄດ້ມີຄວາມພະຍາຍາມສູງ ຈັດຕັ້ງສັບປະດາວັດທະນະທຳຄັ້ງນີ້ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ, ພ້ອມທັງອວຍພອນໃຫ້ງານສັບປະດາວັດທະນະທຳ ທີ່ນະຄອນຫລວງວຽງຈັນ ຄັ້ງນີ້, ຈົ່ງປະສົບຜົນສໍາເລັດຢ່າງສະຫງ່າງາມ.

ພ້ອມນີ້, ສະຫາຍ ຕະກວາງດົ່ງ ຮອງລັດຖະມົນຕີກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ກໍໄດ້ຂຶ້ນມີຄຳເຫັນບາງຕອນວ່າ: ຕະຫລອດໄລຍະປະຫວັດສາດ 60 ປີ ແຫ່ງສາຍພົວພັນທາງການທູດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ບໍ່ໄດ້ຢຸດຢັ້ງໃນການຟື້ນຟູ ແລະ ພັດທະນາຢ່າງເລິກເຊິ່ງ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງແຫ່ງຊາດ, ວັດທະນະທໍາ, ການສຶກສາ, ການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການຂອງພັກ, ສະພາແຫ່ງຊາດ, ລັດ, ລັດຖະບານ ແລະ ທ້ອງຖິ່ນຂອງຫວຽດນາມ ແລະ ລາວ ຍາມໃດກໍໄດ້ຮັບການເພີ່ມທະວີ, ບັນລຸໝາກຜົນຕົວຈິງໃນຫລາຍດ້ານຢ່າງເລິກເຊິ່ງ ແລະ ມີຄຸນນະພາບ, ນໍາມາເຊິ່ງຜົນປະໂຫຍດຫລາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນສອງປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການພ້ອມກັນຈັດຕັ້ງ “ສັບປະດາວັດທະນະທຳຫວຽດນາມ ຢູ່ລາວ” ແລະ “ສັບປະດາວັດທະນະທຳລາວ ຢູ່ຫວຽດນາມ” ເນື່ອງໃນໂອກາດ ສະເຫລີມສະຫລອງບັນດາເຫດ ການທີ່ສໍາຄັນ ໃນການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2022 ມີຄວາມໝາຍສໍາຄັນ, ສືບຕໍ່ປະກອບສ່ວນເຂົ້າໃນການຟື້ນຟູ, ເພີ່ມທະວີສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments