ຕາມຂ່າວຈາກVOVWORLD,ວັນທີ18 ກໍລະກົດນີ້ ທ່ານ ນາງ Sri Mulyani Indrawati, ລັດຖະມົນຕີ ກະຊວງ ການເງິນ ອິນໂດເນເຊຍ ໄດ້ປະກາດ ບັນດາ ຄຳໝັ້ນ ສັນຍາ ສະຫງວນ ໃຫ້ແກ່ ກອງທຶນ ເປັນກາງ ການເງິນ (FIF) ກ່ຽວກັບ ການປ້ອງກັນ, ສະກັດກັ້ນ, ກະກຽມ ແລະ ຮັບມືກັບ ໂລກລະບາດ (PPR) ຊຶ່ງປັດຈຸບັນ ບັນລຸເກືອບ 1,28 ຕື້ໂດລາ ສະຫະລັດ. ຈຳນວນເງິນລວມ ມີຄຳໝັ້ນສັນຍາ ເພີ່ມເຕີມ ຂອງບາງສະມາຊິກ ກຸ່ມບັນ ດາ ພື້ນຖານ ເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນ ຂຶ້ນແຖວ ໜ້າ ໂລກ (G20) ຢູ່ກອງປະຊຸມ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການ ທະນາ ຄານ ສູນກາງ G20 ຄັ້ງທີ 3 ຢູ່ເກາະບາລີ. ບັນດາ ຄຳໝັ້ນ ສັນຍາ ອຸປະຖຳ ໃນເມື່ອ ກ່ອນແມ່ນ ມາຈາກປະເທດ ສ.ອາເມລິກາ, ຄະນະກຳມະການ ເອີຣົບ (EC), ເຢຍລະມັນ, ອິນໂດເນເຊຍ, ສິງກະໂປ, ອັງກິດ, ກອງທຶນ Wellcome Trust ແລະ ກອງທືນ Bill & Melinda Gates. ບັນດາຄຳໝັ້ນ ສັນຍາ ອຸປະຖຳ ເພີ່ມເຕີມ ໄດ້ຍົກອອກມາ ຢູ່ກອງປະຊຸມ ຜ່ານມາ ທີ່ມາ ຈາກ ປະເທດ ອີຕາລີ, ຈີນ, ສະຫະ ນະຄອນ ເອເມເຣັດ ອາຣັບ (UAE), ຍີ່ປຸ່ນ ແລະ ສ.ເກົາຫລີ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາ​ດປາກ​ດີ

LEAVE A REPLY

Please enter your comment!
Please enter your name here