ພິທີໂຮມຊຸມນຸມສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດ ນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດ ນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫລວດ, ຊາວໜຸ່ມ, ນ້ອງນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ, ຫລາຍກວ່າ 1.000 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ເລີ່ມຕົ້ນພິທີໂຮມຊຸມນຸມ, ໄດ້ມີການສະແດງສີລະປະທີ່ສະແດງໃຫ້ເຫັນເຖິງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

ພິທີໂຮມຊຸມນຸມສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ໂດຍເລີ່ມຈາກພິທີເຄົາລົບທຸງຊາດ ຂອງທັງສອງຊາດ ລາວ-ຫວຽດນາມ. ຈາກນັ້ນ, ໃນໂອກາດອັນສະຫງ່າລາສີນີ້ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຂຶ້ນກ່າວບົດສູນທອນພົດ, ເຊິ່ງມີເນື້ອໃນບາງຕອນສໍາຄັນດັ່ງນີ້: “ມື້ນີ້ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມ ສະຫລອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ” ຂຶ້ນຢ່າງເປັນທາງການ ພ້ອມກັນຢູ່ປະເທດຂອງຕົນ ເພື່ອລະນຶກເຖິງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ກໍຄື ຫວນຄືນເຖິງມູນເຊື້ອແຫ່ງການກໍາເນີດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ໃນພິທີອັນຄຶກຂຶມ ແລະ ມີຄວາມໝາຍປະຫວັດສາດ ໃນມື້ນີ້, ພວກເຮົາ ຍິ່ງຈົດຈຳລ້ຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ, ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ໃນການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຖິງເທົ່າທຸກວັນນີ້”; ສອງຊາດ ລາວ-ຫວຽດນາມ ເປັນບ້ານໃກ້ເຮືອນຄຽງຕິດຈອດກັນ ດ້ວຍສາຍພູສາຍນໍ້າ ທີ່ຢືດຍາວທາງທຳມະຊາດ, ປະຊາຊົນສອງຊາດ ບໍ່ສະເພາະ ທີ່ມີຊີວິດຢູ່ຮ່ວມກັນຢ່າງສັນຕິສຸກເທົ່ານັ້ນ ແຕ່ຍັງໄດ້ຮ່ວມກັນຕໍ່ສູ້ຕ້ານການຮຸກຮານ, ການຍຶດຄອງ ແລະ ການປົກຄອງ ຂອງຈັກກະພັດຕ່າງດ້າວ ແລະ ລະບອບເຈົ້າສັກດີນາ ຢ່າງອົງອາດກ້າແກ່ນ, ບໍ່ຍອມຈໍານົນ, ຍາດເອົາສິດເປັນເຈົ້າ ອອກຈາກແອກຄອບຄອງ ຂອງລະບອບລ່າເມືອງຂຶ້ນ ແລະ ສັກດີນາຂຸນເສິກ ເພື່ອປົດປ່ອຍປະເທດຊາດ ຂອງໃຜລາວ ຕະຫລອດມາ.

ການປະຕິວັດຂອງ ປະທານ ໂຮ່ ຈິມິນ, ຜູ້ທີ່ເຕົ້າໂຮມບັນດາຊັ້ນຄົນຜູ້ຮັກຊາດທັງຫລາຍ ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດ ອິນດູຈີນ, ພາລະກິດຕໍ່ສູ້ຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຍຸດທະສາດ ແລະ ຍຸດໂທບາຍ ທີ່ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງສອງປະເທດ ເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ, ສາມາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນໃນວັນທີ 02 ກັນຍາ 1945. ເຫດການປະຫວັດສາດດັ່ງກ່າວ ໄດ້ເປັນການປຸກລະດົມ ແລະ ສ້າງກາລະໂອກາດ ໃຫ້ມີການປະກາດເອກະລາດຢູ່ລາວ ໃນວັນທີ 12 ຕຸລາ ປີ 1945. ອັນພົ້ນເດັ່ນ ທີ່ເປັນບາດລ້ຽວປະຫວັດສາດນັ້ນ, ແມ່ນໄຊຊະນະບັ້ນຮົບ “ດຽນບຽນຟູ” ທີ່ຂຶ້ນຊື່-ລືຊາ, ເຊິ່ງໄດ້ເຮັດໃຫ້ພວກລ່າເມືອງຂຶ້ນແບບເກົ່າ ຈຳຕ້ອງຍອມເຊັນສັນຍາເຊີແນວ ໃນປີ 1954 ກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດອິນດູຈີນ. ການຮ່ວມສຳພັນສູ້ຮົບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນນັ້ນ ໄດ້ເຮັດໃຫ້ຂະບວນການປະຕິວັດຢູ່ປະເທດລາວ ເຕີບໃຫຍ່ຂະຫຍາຍຕົວກວ້າງອອກ, ເຊິ່ງໄດ້ເປັນເງື່ອນໄຂໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວ ຂຶ້ນໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າເພື່ອນໍາພາຂະບວນການປະຕິວັດ ຢູ່ລາວ.

ໃນໄລຍະການຕໍ່ສູ້ອັນລະອິດລະອ້ຽວນີ້, ສັນຍາເຊີແນວ ໃນປີ 1962 ກ່ຽວກັບລາວ ໄດ້ຮັບການລົງນາມ, ການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ບາດກ້າວຂະຫຍາຍຕົວໃໝ່, ຣາຊະອານາຈັກລາວ ໂດຍລັດຖະບານປະສົມ ທີ່ມີກຳລັງປະຕິວັດຮັກຊາດ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ຢ່າງເປັນທາງການ ໃນວັນທີ 05 ກັນຍາ 1962, ເຊິ່ງນີ້ແມ່ນເຫດການປະຫວັດສາດ ສໍາຄັນອັນໜຶ່ງໃນການພົວພັນລະຫວ່າງສອງປະເທດ ທີ່ເກີດຈາກການຕໍ່ສູ້ໃນສະໜາມຮົບການເມືອງ, ການທູດ ໄປຄຽງຄູ່ກັບສະໜາມຮົບທາງການທະຫານຂອງກຳລັງປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ທີ່ພ້ອມກັນເດີນໜ້າຢ່າງບໍ່ຢຸດຢັ້ງ ນຳເອົາການປະຕິວັດຂອງສອງປະເທດເຮົາ ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ຈົນກ້າວສູ່ໄຊຊະນະຢ່າງສົມບູນ ກ້າວສູ່ຍຸກສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ເປັນເອກະພາບກັນຕົກລົງໃຫ້ມີການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18 ກໍລະກົດ 1977. ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ສ້າງພື້ນຖານການພົວພັນຮ່ວມມືໃນໄລຍະໃໝ່ ໃຫ້ສອດຄ່ອງກັບການພົວພັນລະຫວ່າງຊາດ ແລະ ກົດໝາຍສາກົນ. ນັ້ນແມ່ນການຢືນຢັນ ແລະ ສ່ອງແສງອອກຢ່າງຈະແຈ້ງ ເຖິງການຫັນເອົາບັນດາໝາກຜົນຂອງການປະຕິວັດ, ເຈດຈໍານົງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ທັງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການພົວພັນ ລາວ-ຫວຽດນາມ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຫລື ໜຶ່ງບໍ່ມີສອງ ຫັນສູ່ລວງເລິກຂອງຄວາມສຳພັນຂອງສອງຊາດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ຍັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປັບປຸງສັນຕິພາບ ຢູ່ອາຊີອາຄະເນ ແລະ ໃນໂລກອີກດ້ວຍ.

ການຮ່ວມສໍາພັນສູ້ຮົບ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເປັນອັນພິເສດທີ່ຫາຍາກ, ບໍ່ພຽງແຕ່ເປັນການຮ່ວມສໍາພັນອັນໜຶ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຂອງສາຍພົວພັນພິເສດເທົ່ານັ້ນ, ແຕ່ຫາກຍັງເປັນການຮ່ວມສໍາພັນອັນໜຶ່ງ ທີ່ຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ລາວ-ຫວຽນາມ, ການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ສອງພັກ-ສອງລັດ ໄດ້ກຳນົດໄວ້ນຳກັນນັ້ນ ຈະນຳຊາດທັງສອງໃຫ້ມີສະຖຽນລະພາບຢ່າງໝັ້ນຄົງ, ມີການພັດທະນາ, ຂະຫຍາຍຕົວໄປສູ່ຄວາມວັດທະນະຖາວອນ ກ້າວສູ່ສັງຄົມນິຍົມໃນອະນາຄົດ”. ປະທານ ໄກສອນ ພົມວິຫານ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ ໃນວັນທີ 15 ທັນວາ 1976 ວ່າ: “ໃນປະຫວັດສາດ ຂອງການປະຕິວັດໂລກ ໄດ້ມີແວ່ນແຍງທີ່ໃສແຈ້ງແຫ່ງນໍ້າໃຈສາກົນກໍາມະຊີບມາຫລາຍແລ້ວ, ແຕ່ບໍ່ທັນມີຢູ່ໃສ ແລະ ເວລາໃດ ທີ່ມີຄວາມສາມັກຄີ, ການສໍາພັນສູ້ຮົບແບບພິເສດ, ຍາວນານ, ຮອບດ້ານ ຄືການພົວພັນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ”.

ປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ ທີ່ເປັນຜູ້ຮ່ວມສ້າງຕຳລາແຫ່ງນໍ້າໃຈມິດຕະພາບ ແລະ ຄວາມສຳພັນສູ້ລົບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ: “ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍ່ປີນໄຕ່, ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ເດີນດັ້ນດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”; ປະທານໄກສອນ ພົມວິ ຫານ ຍັງໄດ້ປະພັນເອົາໄວ້ອີກວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”; ປະທານສຸພານຸວົງ ກໍໄດ້ມີຄໍາເວົ້າຕີລາຄາການພົວພັນ ລາວ-ຫວຽດນາມ ໄວ້ຢ່າງເລິກເຊິ່ງ ໃນໂອກາດຢ້ຽມຢາມ ຫວຽດນາມ ເມື່ອປີ 1971 ທີ່ວ່າ: “ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່, ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆທີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.

ໃນຕອນທ້າຍ, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ, ທັນການ ແລະ ມີຜົນສັກສິດ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃນປັດຈຸບັນ. ພ້ອມທັງອວຍ ພອນໃຫ້ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ ແລະ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ໃຫ້ບັນດາສະຫາຍຫວຽດນາມ ຈົ່ງປະສົບຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

ໃນໂອກາດດຽວກັນນີ້, ສະຫາຍ ຫວໍ ວັນ ເຖື້ອງ ກໍໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຂຶ້ນກ່າວບົດສູນທອນພົດ, ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ-ສສ ຫວຽດນາມ ຄື: “ສາຍພົວພັນພິເສດ ຫວຽດນາມ-ລາວ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບບໍ່ມີຫຍັງສາມາດເຮັດໃຫ້ສາຍພົວພັນລະຫວ່າງປະຊາຊົນ ຫວຽດນາມ-ລາວ ປ່ຽນແປງໄປໄດ້, ຖານສະຫາຍອັນຍິ່ງໃຫຍ່ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ຝຶກຝົນຫລໍ່ຫລອມເປັນຫລາຍສິບປີ ຮ່ວມສຸກຮ່ວມທຸກນຳກັນ, ພ້ອມກັນສູ້ຮົບ, ພ້ອມກັນໄຊຊະນະສັດຕູຮຸກຮານ, ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ; ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມປິຕິຊົມຊື່ນ ແລະ ດີອົກດີໃຈຕໍ່ບັນດາຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ສາມາດຍາດໄດ້ ພາຍຫລັງ 35 ປີ ແຫ່ງການປ່ຽນແປງໃໝ່ ແລະ ບັນດາຜົນສຳເລັດອັນສຳຄັນໃນການປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XI. ພວກຂ້າ ພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການບໍລິ ຫານຂອງລັດຖະບານ, ການຕິດຕາມຂອງສະພາແຫ່ງຊາດ, ເສີມຂະຫຍາຍບັນດາຜົນສຳ ເລັດ ແລະ ບົດຮຽນອັນປະເສີດ ພາຍຫລັງ 35 ປີແຫ່ງການປ່ຽນແປງໃໝ່, ປະຊາຊົນລາວ ຈະປະຕິບັດຢ່າງມີໄຊ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ສ້າງສຳເລັດປະເທດລາວ ສັນຕິ ພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຈຸດໝາຍສັງຄົມນິຍົມ, ອິດທິພົນ ແລະ ຈຸດທີ່ຕັ້ງຂອງ ສປປ ລາວ ຈະໄດ້ຍົກສູງຢູ່ພາກພື້ນ ແລະ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ.

ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ອະດີດທະຫານພະນັກງານປະຕິວັດ ກໍໄດ້ຂຶ້ນກ່າວສະແດງຄວາມຮູ້ສຶກຕໍ່ພິທີໂຮມຊຸມນຸມໃນມື້ນີ້ ແລະ ໄດ້ມີນັກສຶກສາຫວຽດນາມ ແລະ ນັກສຶກສາລາວ ຮ່ວມກັນອ່ານບົດກອນອວຍພອນ ໃນຫົວຂໍ້ “ມິດຕະພາບໝັ້ນຄົງຂະໜົງແກ່ນ”. ພິທີໂຮມຊຸມນຸມ ໃນຄັ້ງນີ້ ໄດ້ມີຂຶ້ນພາຍໃຕ້ບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມຮ່ວມກັນຈັດຕັ້ງສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ແລະ ໄດ້ນໍາເນີນໄປດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ, ມີຄວາມໝາຍສໍາຄັນປະຫວັດສາດ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

LEAVE A REPLY

Please enter your comment!
Please enter your name here