ໃນຕອນເຊົ້າ ວັນທີ 19 ກໍລະກົດ 2022 ຢູ່ສະໂມສອນເມືອງຄຳ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກ ເມືອງຄຳ ແຂວງຊຽງຂວາງ ຄັ້ງທີ VI ກາງສະໄໝກອງປະຊຸມໃຫຍ່ຄັ້ງທີ X ຂື້້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຟອງ ໄຊຍະແສງ ຮອງເລຂາພັກເມືອງໆຄຳ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະປະຈໍໍາພັກເມືອງ, ກຳມະ ການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ, , ເລາຂາພັກກຸ່ມ, ອາດີດການນຳຂອງເມືອງ ຕະຫຼອດຮອດພະນັກງານວິຊາການເຂົ້າຮວ່ມ.

ກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງບົດສະຫຼຸບຕີລາຄາການຊີ້ນໍາ-ນຳພາວຽກງານການເມືອງກາງສະໄໝ ແລະ ທິດທາງຄາດໝາຍສູ້ຊົນແຕ່ນີ້ຮອດປີ 2024, ການເຄື່ອນໄຫວຈັດຕັ້ງປະຕິບັດຊີ້ນໍາໆພາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໆຄຳໄລຍະ 2 ປີເຄິ່ງ 2020-2022 ຜ່ານມາ ແລະ ທິດທາງແຜນການ ປີ 2022-2024, ບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປີ 2020-2022 ແລະ ແຜນການປີ 2022-2024, ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ປີ2020-2022 ແລະ ແຜນການປີ 2022-2024, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກກາງສະໄໝໄລຍະ 2 ປີເຄີ່ງ (2020-2022) ຜ່ານມະຕິ ເລກທີ 030, 032/ກມສພ ແລະ ຄຳແນະນຳເລກທີ292/ຄຈສພ, ລົງວັນທີ 26/4/2018 ວ່າດ້ວຍການທາບທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ), ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກປັບປຸງກົງຈັກລັດ-ພັກປີ 2020-2022 ແລະ ແຜນການປີ 2022-2024, ເຊີ່ງທີ່ປະຊຸມໄດ້ຍົກໃຫ້ເຫັນເຖີງຜົນສຳເລັດຂອງການເຄື່ອນໄຫວ, ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ຂອງຄະນະພັກເມືອງ, ກຳມະການພັກເມືອງ ແລະ ອົງການທີ່ກ້ຽວຂ້ອງຂອງເມືອງ, ຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານໄລຍະ 2 ປີຜ່ານມາ.

ພ້ອມນັ້ນ, ຜູ້ເຂົ້າຮວ່ມກອງປະຊຸມແມ່ນຈະໄດ້ພອ້ມກັນເປັນເຈົ້າການຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງຄະນະບໍລິຫານງານພັກເມືອງໃນໄລຍະຜ່ານມາ ແລະ ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ເພື່ອຄວາມເປັນເອກະພາບ, ກຳໄດ້ທິດທາງວຽກງານຈຸດສຸມໃນຕໍ່ໜ້າ, ແນ່ໃສ່ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໂດຍສະເພາະແມ່ນວຽກງານການຊີ້ນຳ-ນຳພາຄຽງຄູກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໂດຍຕິດພັນກັບສະພາບເສດຖະກິດຂອງເມືອງ, ສະພາບການລົງທຶນທາງພາກລັດ ແລະ ເອກະຊົນ, ໃຫ້ແທດເໝາະກັບສະພາບການ ແລະ ສຳເລັດຕາມລະດັບຄາດໝາຍ ແລະ ພັດທະນາຍີ່ງໆຂື້ນໃນຕໍ່ໜ້າ. (ກອງປະຊຸມຄັ້ງນີ້ແມ່ນຈະດຳເນີນໄປເປັນເວລາ 2 ວັນຈີ່ງຈະອັດລົງ).

ພາບ-ຂ່າວ: ເບ່ຕ່າ ໄຊປັນຍາ(ແນວລາວສ້າງຊາດແຂວງ).

#medialaos#xiengkhouang

LEAVE A REPLY

Please enter your comment!
Please enter your name here