Sunday, September 22, 2024
Homeຂ່າວພາຍໃນປະຊາຊົນບ້ານນາເປາະ ເມືອງພີນ ມີຄວາມຕື່ນຕົວພ້ອມກັນໄປສັກວັກຊີນປ້ອງກັນພະຍາດໂຄວິດ 19

ປະຊາຊົນບ້ານນາເປາະ ເມືອງພີນ ມີຄວາມຕື່ນຕົວພ້ອມກັນໄປສັກວັກຊີນປ້ອງກັນພະຍາດໂຄວິດ 19

ບ້ານນາເປາະເປັນບ້ານໜຶ່ງທີ່ຂຶ້ນກັບເມືອງພີນ ແຂວງສະຫວັນນະເຂດ ແລະ ເປັນບ້ານ ເຄິ່ງຊານເມືອງປະກອບມີ 85 ຫລັງຄາເຮືອນ, ມີ 171 ຄອບຄົວ ແລະ ມີປະຊາກອນທັງໝົດ 518 ຄົນ ໃນນີ້ ມີຍິງ 268 ຄົນ, ເຊິ່ງປະຊາຊົນສ່ວນໃຫຍ່ຖືອາຊີບກະສິກໍາເຊັ່ນ: ເຮັດນາ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ ເຖິງແມ່ນວ່າຊ່ວງນີ້ຈະເປັນຊ່ວງລະດູເຮັດການຜະລິດກະກຳ ແຕ່ປະຊາຊົນກໍ່ຍັງສະຫຼະເວລາພ້ອມກັນໄປສັກວັກຊີກປ້ອງກັນພະຍາດໂຄວິດ 19 ເຊິ່ງສັງເກດໄດ້ຢູ່ຈຸດສັກວັກຊິນປ້ອງກັນພະຍາດໂຄວິດ 19 ຂອງບ້ານນາເປາະ ເມືອງພີນ ໃນຕອນເຊົ້າ ວັນທີ 12 ກໍລະກົດ 2022 ໄດ້ມີປະຊາຊົນ ພາຍໃນບ້ານໃຫ້ຄວາມສົນໃຈພາກັນໄປສັກວັກ ຊິນເປັນຈໍານວນຫລວງຫລາຍ ແລະ ມີບັນຢາກາດດີພໍສົມຄວນ

ທ່ານ ໝໍ ນາງ ຄໍາແສນ ຈັນທະວົງ ຮອງຫົວໜ້າໜ່ວຍງານສົ່ງເສີມ ຮັບຜິດຊອບວຽກງານສັກຢາກັນພະ ຍາດຂັ້ນເມືອງໃຫ້ສໍາພາດວ່າ: ປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ແຂວງສະ ຫວັນນະເຂດເວົ້າລວມ ເວົ້າສະເພາະແມ່ນຢູ່ເມືອງພີນເຫັນວ່າຫຼຸດລົງຕໍ່ເນື່ອງ ແລະ ມາຮອດປັດຈຸບັນແມ່ນບໍ່ມີໂຕເລກຜູ້ຕິດເຊື້ອພະຍາດໂຄວິດ 19 ເລີຍ, ສະນັ້ນ ອັດຕາໃນການສັກວັກຊິນປ້ອງກັນໂຄວິດ 19 ຂອງປະຊາຊົນພາຍໃນເມືອງນັບມື້ຫຼຸດລົງ ສາເຫດຍ້ອນປະຊາຊົນຈໍານວນໜຶ່ງຍັງຄິດວ່າ ເມື່ອສັກແລ້ວຈະມີຜົນຂ້າງຄຽງເປັນໄຂ້,ເຈັບປວດຕົນໂຕ,ປະຊາຊົນບາງກຸ່ມຍັງເຊື່ອຖືຮີດເກົ່າຄອງເດີມ ແລະ ອີກກຸ່ມໜຶ່ງແມ່ນພວກທີ່ຕິດຢາເສບຕິດ ທີ່ຍັງຖືເບົາ ແລະ ບໍ່ໃຫ້ການຮ່ວມມື.

ສ່ວນປະຊາຊົນທີ່ໄດ້ໄປສັກວັກຊິນປ້ອງກັນພະຍາດໂຄວິດ 19 ໃນຄັ້ງນີ້ໄດ້ໃຫ້ທັດສະນະວ່າ: ມີຄວາມ ພາກພູມໃຈຫລາຍທີ່ພັກ ແລະ ລັດຖະບານກໍ່ຄືຄະນະສະເພາະກິດຂັ້ນແຂວງ ທີ່ໃຫ້ຄວາມສໍາຄັນແກ່ ປະຊາຊົນໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ຄັ້ງນີ້ ເຊິ່ງການສັກວັກຊິນກໍ່ເປັນສິ່ງທີ່ດີຢ່າງໜຶ່ງ ໃນການຊ່ວຍປ້ອງກັນພະຍາດໂຄວິດ 19 ທັງຊ່ວຍປ້ອງກັນໃຫ້ຕົວເອງໃນການຕິດເຊື້ອພະຍາດ ຫລື ວ່າຕິດເຊື້ອແລ້ວກໍ່ຈະບໍ່ເກີດອາການຮຸນແຮງສໍາລັບຜູ້ທີ່ໄດ້ສັກວັກຊິນຄົບໂດສແລ້ວ.

ມາຮອດປັດຈຸບັນອັດຕາການສັກວັກຊິນຂອງປະຊາຊົນພາຍໃນບ້ານນາເປາະ ເຂັມທີ 1 ບັນລຸໄດ້ຫລາຍກວ່າ 80%, ເຂັມທີ 2 ບັນລຸໄດ້ຫລາຍກວ່າ 60% ແລ້ວ

ສະໜັບສະໜູນໂດຍ: #Unicef

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments