Home ຂ່າວໜ້າໜຶ່ງ ປະຫວັດຫຍໍ້ ບຸນເຂົ້າພັນສາ ແຮມ 1 ຄ່ຳເດືອນ 8

ປະຫວັດຫຍໍ້ ບຸນເຂົ້າພັນສາ ແຮມ 1 ຄ່ຳເດືອນ 8

0
1136

ຄຳວ່າ ພັນສາ ຫຼື ວັສສາ ໄດ້ແກ່ປີ ຫຼື ລະດູຝົນ ຄຳວ່າ ເຂົ້າໄດ້ແກ່ ການເຂົ້າໄປຢູ່ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍບໍ່ໄປແຮມຄືນ ຫຼືຄ້າງຄືນບ່ອນ ອື່ນຕະຫຼອດສາມເດືອນ ຊື່ວ່າ ເຂົ້າພັນສາ ຫຼື ຈຳພັນສາ  ປີໜຶ່ງມີການກຳໜົດ ສອງເທື່ອຄື: ປຸຣິມີກາ ວັສສູປນະນີກາ ເຂົ້າພັນສາຕົ້ນ ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ຖ້າປີໃດເປັນປີ ອະທິກະມາດມີເດືອນ 8 ສອງຫົນ ກໍ່ເລື່ອນມາເຂົ້າພັນສາເດືອນ 8 ຫຼັງ ແລະ ອອກພັນສາໃນມື້ ຂື້ນ 15 ຄ່ຳເດືອນ 11 ເອີ້ນວ່າ ປັສສິມມະພັນສາ

ມີເລື່ອງເລົ່າໄວ້ໃນ ວັສສູປະນະຍິກາຂັນທະກະ ວ່າ ພິກຂຸບໍລິສັດທ່ຽວໄປໃນຊົນນະບົດ ບໍ່ມີເວລາພັກຜ່ອນ ທັງລະດູຮ້ອນ ລະດູໜາວ ລະດູຝົນ ໂດຍສະເພາະລະດູຝົນນີ້ ເປັນລະດູທີ່ຊາວນາເຮັດການຜະລິດກະສິກຳ ແລະ ເປັນລະດູທີ່ສັດນ້ອຍໃຫຍ່ທັງຫຼາຍຂະຫຍາຍເຜົ່າພັນ ພຣະສົງເຫຼົ່ານັ້ນໄດ້ເດີນໄປຢຽບຢ່ຳເຂົ້າກ້າໄຮ່ນາ ແລະ ສັດນ້ອຍໃຫຍ່ເສຍຫາຍ ດັ່ງນນັ້ນພຣະພຸດທະເຈົ້າຈິ່ງອະນຸຍາດໃຫ້ພຣະສົງຈຳພັນສາຕາມພຸດທະປະເພນີ ຕະຫຼອດ 3 ເດືອນໃນລະດູຝົນ ໂດຍບໍ່ໄດ້ໄປແຮມຄືນທີ່ອື່ນ ຖ້າພຣະສົງອົງໃດຂາດພັນສາຕ້ອງອາບັດທຸກົດ ເວັ້ນເສຍແຕ່ມີກິດທຸລະຈຳເປັນ ເຊັ່ນ : ໄປຮັກສາພະຍາບານພຣະພິກຂຸ ຫຼື ບິດາ ມານດາເຈັບປ່ວຍ, ໄປຫ້າມພຣະສົງສາມະເນນ ທີ່ຢາກຈະສິກ, ໄປຫາອຸປະກອນກໍ່ສ້າງ ກຸຕິວິຫານ, ໄປກິດນິມົນ. ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈິ່ງບໍ່ຂາດ ເອີ້ນວ່າ ສະຕະຫະ.

ຜ້າອາບນ້ຳຝົນ

         ຄື ຜ້າທີ່ໃຊ້ນຸ່ງອາບນ້ຳຝົນ ຊົງອະນຸໂລມຕາມສີຜ້ສາຈີວອນກໍມີຜ້າຂາວກໍມີກຳນົດຍາວ 5 ສອກກວ້າງ 2 ສອກຕັ້ງແຕ່ວັນແຮມ 1 ຄ່ຳເດືອນ 7 ເຖິ່ງກາງເດືອນ 8 ເປັນເວລາທີ່ພຣະພິກຂຸສົງແສວງຫາຜ້າອາບນ້ຳຝົນຜູ້ມີສັດທາສາມາດຖວາຍໄດ້ຕັ້ງແຕ່ແຮມ ຄ່ຳ 1ເດືອນ 7 ເຖິ່ງກາງເດືອນ 8.

ມູນເຫດແຫ່ງການເຮັດບຸນ

ເນື່ອງຈາກກ່ອນວັນເຂົ້າພັນສາ  ເປັນວັນອະພິລັກຂິດຕະສະໄຫມ ເປັນວັນສຳຄັນທາງພຸດທະສາສະໜາ ເຫດການເກິດກ່ອນ ພສ 45 ປີຫັລງຈາກພຣະພຸດທະເຈົ້າໄດ້ຕັດສະຮູ້ທັມໃນວັນເພັງເດືອນວິສາຂະເດືອນ 6 ທີ່ເມືອງອຸຣຸເວລາເສນານິຄົມ (ພຸດທະຄະຍາ) ໃນປະຈຸບັນແລ້ວໄດ້ສະເຫວີຍວິມຸດຕິສຸກຢູ່ສັດຕະມະຫາສະຖານເປັນເວລາເຈັດສັບປະດາ ພຣະອົງກໍ່ມາພິຈາລະນາທັມທີ່ຕັດສະຮູ້ນັ້ນຍາກທີ່ຄົນອື່ນຈະເຂົ້າໃຈ ແຕ່ເພາະພຣະມະຫາກະຣຸນາທິຄຸນຢາກໃຫ້ຄົນອື່ນໄດ້ຮູ້ທັມທີ່ຕັດສະຮູ້ແລ້ວເມື່ອພິຈາຣະນາເຫັນອາຈານທັງສອງ ຄື: ອາຣາລະດາບົດກາຣາມະໂຄດ ແລະ ທຸທະກະດາບົດ ຣາມມະບຸດ  ກໍ່ຮູ້ວ່າທ່ານທັງສອງນັ້ນຫມົດໂອກາດຟັງທັມແລ້ວ  ພຣະອົງຈິ່ງໄປໂຜດປັນຈະວັກຄີທັງຫ້າ ທີ່ເຄີຍອຸປະຖາກພຣະອົງຜ່ານມາທີ່ຢູ່ເມືອງພາຣານະສີ ກົງກັບເດືອນແປດເພັງ ຈິ່ງເອີ້ນວ່າ: ວັນອາສາລະຫະບູຊາວັນບູຊາໃນເດືອນແປດເພັງ. ເປັນວັນທີ່ພຣະພຸດທະເຈົ້າໄດ້ປະກາດພຣະສາສະຫນາແກ່ຊາວໂລກເປັນຄັ້ງທຳອິດ  ຄື: ສະແດງພຣະທັມມະຈັກກັບປະວັດຕະນະສູດ ທີ່ປ່າອິສິປະຕະນະມະຣຶຄະທາຍະວັນ ເມືອງພາຣານະສີ ແກ່ປັນຈະວັກຄີທັງຫ້າ ເຮັດໃຫ້ພຣະອັນຍາໂກນດັນຍະໄດ້ດວງຕາເຫັນທັມ ແລະ ຂໍບວດໃນພຸດທະສາສະໜາ ເປັນວັນເກິດຂື້ນຂອງພຣະພຸດທະສາສະນາທີ່ຄົບສາມປະການ ຄືພຣະພຸດ ພຣະທັມ ພຣະສົງ.  

ຕະຫຼອດເວລາ 3 ເດືອນ ພຣະສົງສາມະເນນ ແລະ ຊາວພຸດທັງຫຼາຍ ຈະເປັນເວລາສ້າງບຸນກຸສົນ ພໍ່າເພັງບາຣະມີ ທານສິນ ພາວະນາ ພິຈາລະນາໄຕຣສິກຂານ້ອຍໃຫຍ່ໃຫ້ບໍລິບູນ ທັງພາກທິດສະດີ ແລະ ພາກປະຕິບັດຂັດເກົາ ເພິ່ມບຸນກຸສົນ ອະຣິຍະສັມມາປະຕິບັດ ເພື່ອປະໂຫຍດຕົນ ແລະ ປະໂຫຍດຜູ້ອື່ນໃຫ້ເຕັມ.

ອອກຕົນຍາດໂຍມຜູ້ທີ່ມີຈິດສັດທາໃນພຣະຣັຕຕະນະໄຕຣ ທັງຫຼາຍຕ່າງຈັດແຈງແຕ່ງເຄື່ອງກິຍາບູຊາ ມີຂອງຄ້ຽວຂອງສັນ ພູພັນໝ້ຽງໝາກ ພ້ອມທຸກພາກ ອາຫານຫວານຄາວ ເຄື່ອງນຸ່ງຫົມມີຜ້າໄຕຼຈີວອນເປັນຕົ້ນ ຢາຮັກສາໂຣກໄພ ພ້ອມປັດໄຈເງິນທອງກອງແກ້ວ ສະຫຼະແລ້ວໃຫ້ທ່ານສ້າງສາ ທັງຫຼາຍເຫຼົ່ານີ້ເປັນນິພັດທະກຸສົນບໍ່ຂາດສາຍ ພ້ອມນີ້ຍັງມີການຖວາຍແສງສະຫວ່າງ ມີປະທູບ ປະທີບ ມາແຕ່ບູຮານ ມີການຖວາຍທຽນ ທານຕາມກາລະສະໄໝ ມີດອກໄຟສັ້ນຍາວເປັນຕົ້ນ ນຳໄປຖວາຍສັງຄະ ອາຮາມໃນວັນ 15 ຄ່ຳເດືອນ 8 ເພື່ອກຸສົນໃນອະນາຄົດ ເຮັດໃຫ້ອານິສົງສົ່ງບຸນໜູນຄ້ຳ ຍ້ອນຜົນກຳກຸສົນສ້າງ ຫູຕາດີສະຫວ່າງ ໄດ້ຕາທິບໃນອະນາຄົດ ເຊັ່ນ ພຣະອານຸຣຸດທະ ແຕ່ຊາດກ່ອນໄດ້ຖວາຍທູບທຽນ ແກ່ພຣະສົງສາວົກມີພຣະພຸດທະເຈົ້າເປັນປະມຸກໂຂ ຄັນມາເຖິງສາສະໜາໂຄຕະໂມພຣະພຸດທະເຈົ້າ ກໍ່ໄດ້ເປັນສິດເຫງົ້າຜູ້ມີທິບພະຈັກຂຸ.

ອອກຕົນຍາດໂຍມຜູ້ມີສັດທາປາຖະໜາຈະຖວາຍສິ່ງຂອງ ໂດຍບໍ່ໄດ້ກຳໜົດ ແລະ ຈຳກັດເວລາ ມັກໃຊ້ວິທີ ປະວໍລະນາກັມ ຄືຕັ້ງໃຈວ່າຈະສົງເຄາະພຣະສົງ ໃຫ້ພຣະສົງຂໍໄດ້ຕາມປາຖະໜາ ຖ້າບໍ່ແມ່ນຜູ້ປະວໍລະນາ ບໍ່ແມ່ນພີ່ນ້ອງ ພຣະໄປຂໍອັນນັ້ນ ອັນນີ້ ພຣະສົງກໍ່ຜິດຕ້ອງ ອາບັດ.

#Medialaos MMD (ແຫຼ່ງຂໍ້ມູຈາກ: ເພສ ພຣະອາຈານ ຄຳຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here