ກອງປະຊຸມການຝຶກອົບຮົມ ການມີສ່ວນຮ່ວມຂອງສື່ມວນຊົນກ່ຽວກັບການລາຍງານການຄ້າມະນຸດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-13 ກໍລະກົດ ນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ສຸສິວອນໄຊ ພົມມະລາ ຜູ້ຕາງໜ້າຈາກມູນນິທິເອເຊຍ ມີບັນດາຜູ້ຕາງໜ້າຈາກສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ອິນປອນ ນະຄອນສີ ກ່າວວ່າ: ເພື່ອເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການປ້ອງກັນຕ້ານການຄ້າມະນຸດໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜິດໄພດັ່ງກ່າວ, ໃນນີ້ພັກ-ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນສູງເປັນພິເສດ, ເພາະວ່າໃນໄລຍະຜ່ານມາ ສປປ ລາວ ກໍໄດ້ປະເຊີນໜ້າກັບບັນຫາດັ່ງກ່າວໃນຫຼາຍຮູບແບບ ເປັນຕົ້ນ: ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ; ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ, ການເປັນຂ້າທາດ, ການຄ້າປະເວນີຂອງຜູ້ອື່ນ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ຫຼື ການເອົາເດັກມາເປັນລູກລ້ຽງແອບແຝງ, ການເປັນຂໍທານ, ການຖ່າຍຮູບພາບ, ການເຜີຍແຜ່ສິ່ງລາມົກ, ການລັກພາຕົວ ແລະ ການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ.

ຍ້ອນເຫັນໄດ້ເຖິງຜົນກະທົບທີ່ກ່າວມາຂ້າງເທິງນັ້ນ ພັກ-ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດໃນການຈັດຕັ້ງປະຕິບັດວຽກງານນີ້ຢ່າງກວ້າງຂວາງເຂົ້າສູ່ຂະແໜງການຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂົງເຂດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງໄດ້ເຮັດໜ້າທີ່ບຳລຸງສ້າງບຸກຄະລາກອນໃນຂະແໜງການຂອງຕົນທັງສູນກາງ ແລະ ທ້ອງຖິ່ນ ເພື່ອເປັນກະບອກສຽງ ໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານປະສານສົມທົບຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍຕໍ່ກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າຕ້ອງມີສະຕິລະວັງຕົວ ຕໍ່ກັບເລ່ຫຼ່ຽມກົນອຸບາຍຂອງພວກຂະບວນການຄ້າມະນຸດທັງພາຍໃນ ແລະ ຕ່າງປະເທດ: ການຝຶກອົບຮົມນັກສຳມະນາກອນ ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ຮຽນຮູ້ ແລະ ເພີ່ມທັກສະຄວາມຮູ້ຄວາມສາມາດໃນຮູບແບບໃໝ່ໆ ເພື່ອນຳເອົາບົດຮຽນເຫຼົ່ານັ້ນໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວ ໃຫ້ນັບມື້ນັບໝົດໄປໃນທົ່ວສັງຄົມລາວ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ສູນກາງສະຫະພັນແມ່ຍິງລາວ ກໍຄືສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ແມ່-ເດັກນ້ອຍ ແລະ ມູນນິທິເອເຊຍ ໂດຍມີການປະສານສົມທົບຢ່າງສະໜິດແໜ້ນກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຊື້ອໝັ້ນວ່າບັນດາທ່ານທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈະພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນໃນການຕິດຕາມ, ຮັບຟັງ, ຮຽນຮູ້ ແລະ ແລກປ່ຽນບົດຮຽນອັນເປັນປະໂຫຍດ ໂດຍທາງກົງ ແລະ ທາງອ້ອມ ຮ່ວມກັບວິທະຍາກອນ ເພື່ອຍາດໄດ້ຄວາມຮູ້ອັນຫຼາກຫຼາຍທາງດ້ານຄວາມຮູ້-ຄວາມສາມາດ ແລະ ພຶດຕິກຳຕົວຈິງ ເຂົ້າສູ່ວຽກງານ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

ຂ່າວ: ບຸນຕອມ, ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here