ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 7 ກໍລະກົດທີ່ຜ່ານມານີ້, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການກ່າວເຕືອນໃຫ້ນາໆປະເທດກຽມຮັບມືກັບພະຍາດໂຄວິດສາຍພັນໃໝ່ໆທີ່ກຳລັງເລີ່ມແຜ່ລະບາດໄປທົ່ວ ແລະ ຂໍໃຫ້ປະຊາຊົນດຳເນີນຊີວິດດ້ວຍຄວາມລະມັດລະວັງລວມທັງປະຕິບັດຕາມມາດຕະການສາທາລະນະສຸກເພື່ອປ້ອງກັນໂຕເອງບໍ່ໃຫ້ຕິດເຊື້ອ ແລະ ແຜ່ເຊື້ອໃສ່ຜູ້ອື່ນ.

ອີງຕາມໂຕເລກການລາຍງານຫຼ້າສຸດ, WHO ຊີ້ໃຫ້ເຫັນວ່າ ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນເກືອບ 30% ໃນທົ່ວໂລກ ໃນໄລຍະ 2 ອາທິດທີ່ຜ່ານມາ ໂດຍສະຖິຕິປັດຈຸບັນລະບຸວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄປແລ້ວເກືອບ 558 ລ້ານຄົນ ແລະ ມີຜູ້ເສຍຊີວິດເພາະຕິດເຊື້ອພະຍາດໂຄວິດ-19 ແລ້ວຫຼາຍກວ່າ 6,3 ລ້ານຄົນ. ອີງຕາມຂໍ້ມູນຈາກ WHO ລະບຸວ່າ ເຊື້ອພະຍາດສາຍພັນ BA.4 ແລະ BA.5 ຄືສາຍພັນທີ່ເຮັດໃຫ້ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນໃນຮອບຫຼ້າສຸດໃນທະວີບເອີຣົບ ແລະ ອາເມຣິກາ ຂະນະທີ່ມີການພົບພະຍາດສາຍພັນທີ່ແຕກຕ່າງອອກໄປໃນພື້ນທີ່ອື່ນໆເຊັ່ນ: ອິນເດຍ. ທ່ານ ດຣ.ເທໂດຣສ ອາດຮານອມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ WHO ກ່າວວ່າ ການຕິດເຊື້ອພະຍາດໂຄວິດ-19 ຫຼຸດລົງຫຼາຍໃນໄລຍະທີ່ຜ່ານມາ ເຮັດໃຫ້ບໍ່ສາມາດເຂົ້າເຖິງລະດັບຄວາມຮຸນແຮງຂອງການແຜ່ລະບາດຮອບຫຼ້າສຸດນີ້ໄດ້ຢ່າງແນ່ນອນ ແຕ່ຂະນະດຽວກັນກໍໝາຍຄວາມວ່າ ມີຜູ້ຄົນຈຳນວນຫຼາຍບໍ່ໄດ້ຮັບການປິ່ນປົວທີ່ຈຳເປັນ ເພື່ອປ້ອງກັນອາການປ່ວຍໜັກ ຫຼື ເສຍຊີວິດ.

ຜູ້ອຳນວຍການ WHO ລະບຸຕື່ມວ່າ ຂະນະທີ່ພະຍາດໂຄວິດ-19 ກາຍພັນຍັງຄົງມີຢູ່ ການເຂົ້າເຖິງການສັກວັກຊິນ ຊຶ່ງມີປະສິດທິພາບໃນການປ້ອງກັນອາການປ່ວຍໜັກ ແລະ ການເສຍຊີວິດກໍຫຼຸດລົງໄປພ້ອມໆກັນ ແລະ ການຫຼຸດລົງຂອງການສ້າງພູມຄຸ້ມກັນກໍຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງວັກຊິນເຂັມກະຕຸ້ນ (Boosters) ໂດຍສະເພາະໃນກຸ່ມທີ່ມີຄວາມສ່ຽງສູງ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here