Saturday, September 21, 2024
Homeຂ່າວຕ່າງປະເທດຈີນ ປະກາດຮັບມືສຸກເສີນລະດັບ4 ຄວບຄຸມໄພພິບັດ ທາງທຳມະຊາດ

ຈີນ ປະກາດຮັບມືສຸກເສີນລະດັບ4 ຄວບຄຸມໄພພິບັດ ທາງທຳມະຊາດ

ຕາມ​ຂ່າວ​ຈາກ ​ຊິນ​ຮວາ,ວັນ​ທີ7​ກໍລະກົດ​ນີ້, ກະຊວງ ການ​ຈັດການ ​ເຫດ​ສຸກ​ເສີນ​ ຂອງ​ຈີນ ​ເປີດ​ເຜີຍ​ວ່າ: ສຳນັກງານ​ໃຫຍ່ ດ້ານ​ການ​ຄວບ​ຄຸມ​ ​ໄພ​ນ້ຳ​ຖ້ວມ ​ແລະ ​ໄພ​ແຫ້ງ​​ແລ້ງ​ ຂອງ​ຈີນ ປະກາດ ​ຮັບ​ມື​ ສຸກ​ເສີນ ລະດັບ4 ​ເພື່ອ​ການ​ຄວບ​ຄຸມ ​ນ້ຳ​ຖ້ວມ ​ທາງ​ພາກ​ເໜືອ ​ແລະ ຕາ​ເວັນ​ອອກ ​ສ່ຽງ​ເໜືອ​ ຂອງ​ປະ​ເທດ ກວມ​ເອົາ​ ຫລາຍ​ພື້ນ​ທີ່ ​ເປັນຕົ້ນ: ນະຄອນຫລວງ ປັກ​ກິ່ງ,ທຽນ​ຈິນ, ​ເຮີ​ເປ, ຫລຽວ​ໜິງ, ຈີ​ລິນ, ​ເຮ​ຍຫລົງ​ຈຽງ, ຊານ​ຕົງ ​ແລະ​ເຫີໜານ.

ຂະນະ​ມີ​ ຄາດ​ການ​ວ່າ: ​​ຝົນຕົກ​ໜັກ​ອາດຈະ​ສົ່ງ​ ຜົນ​ກະທົບ​ຕໍ່​ພື້ນ​ທີ່​ ເຫລົ່າ​ນີ້ ຫລັງ​ຈາກ ລະດັບນ້ຳໃນແມ່ນ້ຳ ລຽວ​ເຮີ(Liaohe) ສູງ​ເກີນ ລະດັບ ການເຕືອນໄພເປັນເວລາ ຫລາຍວັນ​ແລ້ວ ​ເພີ່ມຂຶ້ນອີກ ສ່ວນໄພ ທຳມະຊາດອື່ນໆເຊັ່ນ: ນໍ້າຖ້ວມ, ຝົນຕົກໜັກ, ດິນເຈື່ອນ ແລະ ນໍ້າຖ້ວມຂັງ ໃນຕົວເມືອງສາມາດ ເກີດຂື້ນໃນພື້ນ​ທີ່ ໄດ້ຮັບຜົນກະທົບດັ່ງກ່າວ./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments