ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິ ສ.ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂຕເລກການຄາດຄະເນວ່າ ຄົວເຮືອນທີ່ມີສະມາຊິກຄົນດຽວ (one-person households) ຂອງ ສ. ເກົາຫຼີ ຈະເພີ່ມຂຶ້ນທີ່ລະດັບເກືອບ 40% ຂອງຄົວເຮືອນທັງໝົດໃນປີ 2050 ເນື່ອງມາຈາກອັດຕາການເກີດທີ່ຢູ່ໃນລະດັບຕ່ຳ ແລະ ປະຊາກອນສູງອາຍຸໃນອັດຕາສູງ.

ສຳນັກງານສະຖິຕິ ສ.ເກົາຫຼີ ລະບຸວ່າ ການຄາດຄະເນອັດຕາສ່ວນຄົວເຮືອນທີ່ມີສະມາຊິກຄົນດຽວຈະເພີ່ມຂຶ້ນຈາກ 31,2% ຂອງຄົວເຮືອນທັງໝົດໃນປີ 2020 ເປັນ 39,6% ໃນປີ 2050 ແລະ ຈຳນວນຄົວເຮືອນທີ່ມີສະມາຊິກ 2 ຄົນຄາດວ່າຈະເພີ່ມຂຶ້ນຈາກ 28% ເປັນ 36,2% ຂອງຄົວເຮືອນທັງໝົດໃນເວລາດຽວກັນ. ສ່ວນຄົວເຮືອນທີ່ມີສະມາຊິກ 3 ແລະ 4 ຄົນ ຄາດວ່າຈະຫຼຸດລົງເຫຼືອ 16,6% ແລະ 6.2% ຕາມລຳດັບ. ບົດລາຍງານລະບຸວ່າ ຈຳນວນຄົວເຮືອນທີ່ມີສະມາຊິກ 1 ຄົນ ຫຼື 2 ຄົນຄາດວ່າຈະເພີ່ມຂຶ້ນນັ້ນ ມີປັດໄຈມາຈາກການທີ່ຄົນຮຸ່ນໃໝ່ບໍ່ແຕ່ງງານ ແລະ ມີລູກ ທ່າມກາງກຸ່ມປະຊາກອນສູງອາຍຸທີ່ຂະຫຍາຍຕົວຢ່າງວ່ອງໄວ.

ເມື່ອແບ່ງຕາມຊ່ວງອາຍຸ ກຸ່ມຄົນທີ່ມີອາຍຸລະຫວ່າງ 20-29 ປີ ກວມອັດຕາສ່ວນສູງທີ່ສຸດທີ່ 18,8% ໃນບັນດາຄົວເຮືອນທີ່ມີສະມາຊິກຄົນດຽວໃນປີ 2020 ແລະ ກຸ່ມຄົນທີ່ມີອາຍຸລະຫວ່າງ 30-39 ປີ ກວມອັດຕາສ່ວນທີ່ 16,8%. ນອກຈາກນີ້, ຍັງໄດ້ມີການຄາດຄະເນວ່າ ກຸ່ມຄົນທີ່ມີອາຍຸລະຫວ່າງ 80-89 ປີ ຫຼື ຫຼາຍກວ່າ ຈະກວມອັດຕາສ່ວນສູງທີ່ສຸດໃນບັນດາຄົວເຮືອນທີ່ມີສະມາຊິກຄົນດຽວ ຄິດເປັນ 24,5% ໃນປີ 2050 ແລະ ກຸ່ມຄົນທີ່ມີອາຍຸລະຫວ່າງ 70-79 ປີ ຄິດເປັນ 18,4%.

LEAVE A REPLY

Please enter your comment!
Please enter your name here