ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາດາບ ເອສະກາ (Nadav Eshcar) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິດສະຣາແອນ ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມອຳລາ ເມື່ອວັນທີ 7 ກໍລະກົດນີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ ເນື່ອງໃນໂອກາດທີ່ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາດາບ ເອສະກາ ທີ່ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຄັ້ງນີ້: ຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານການທູດປະຈຳລາວເປັນ ເວລາ 4 ປີກວ່າ ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ອິດສະຣາແອນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ພ້ອມນີ້ ທ່ານຮອງປະທານປະເທດຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ຂອງທ່ານທູດ.

ທ່ານທູດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ທຸກອົງການຈັດຕັ້ງຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ອິດສະລາແອນ-ລາວ, ລາວ-ອິດສະລາແອນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ລາວ-ອິດສະຣາແອນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນມາກ່ອນ, ແຕ່ໄດ້ຕັດສາຍພົວພັນທາງການທູດ ກັບ ສປປ ລາວ (ຍ້ອນບັນຫາທາງດ້ານການເມືອງ) ພາຍຫຼັງສະຖາປະນາ ສປປ ລາວ ໃນປີ 1975 ແລະ ໄດ້ຟື້ນຟູສາຍພົວພັນທາງການທູດຄືນໃໝ່ ໃນວັນທີ 6 ທັນວາ 1993, ສຳລັບບັນດາສັນຍາທີ່ສອງຝ່າຍລົງນາມຮ່ວມກັນຜ່ານມາມີບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ກັບສູນຝຶກອົບຮົມຂອງອິດສະຣາແອນ (ລົງນາມຮ່ວມກັນໃນວັນທີ 3 ສິງຫາ 2010), ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວິທະຍາສາດ-ເຕັກນິກ ໃນນັ້ນອິດສະ ຣາແອນ ສະເໜີສ້າງຕັ້ງກົນໄກການປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ຊຶ່ງປັດຈຸບັນຍັງຢູ່ໃນຂັ້ນຕອນການປຶກສາຫາລື.

(ຂ່າວ-ພາບ: ສຳນານ)

LEAVE A REPLY

Please enter your comment!
Please enter your name here