ລະຫວ່າງວັນທີ 04-08 ກໍລະກົດ 2022 ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກຢູ່ນະຄອນຊົງຊິ້ງ, ສປ ຈີນ ຕາມໜັງສືເຊື້ອເຊີນຂອງພະແນກການຕ່າງປະ ເທດນະຄອນຊົງຊິ້ງ. ໃນວັນທີ 5 ກໍລະ ກົດ 2022 ທ່ານ ເອກອັກຄະລັດຖະທູດລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຮູເຮີງຮົວ, ຮອງເລຂາພັກນະຄອນຊົງຊິ້ງ, ເຈົ້າຄອງນະຄອນຊົງຊິ້ງ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ ໃນໄລຍະຜ່ານມາກໍ່ຄືໃນປັດຈຸ ບັນ, ການຮ່ວມມືທີ່ພົ້ນເດັ່ນລະ ຫວ່າງສອງປະເທດລາວ ແລະ ຈີນ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ກໍ່ຄືປະຊາຊົນສອງຊາດລາວ ແລະ ຈີນ, ເປັນຕົ້ນແມ່ນໂຄງການລົດໄຟລາວ-ຈີນ, ໂຄງການແລວເສດຖະກິດລາວ-ຈີນ ແລະ ອື່ນໆ, ໂດຍສະເພາະແມ່ນໂຄງການລົດໄຟລາວ-ຈີນ, ຊຶ່ງໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ໂດຍເປັນກຽດກົດປຸ່ມເປີດຂະບວນລົດໄຟຖ້ຽວທໍາອິດຂອງສອງສະຫາຍ ເລຂາ ທິການໃຫຍ່ຂອງພັກລາວແລະຈີນ.

ໂຄງການດັ່ງກ່າວນີ້,ໄດ້ກາຍເປັນໂຄງການແຫ່ງສັນຍາລັກມິດຕະພາບລາວ -ຈີນ, ເປັນການເຊື່ອມໂຍງແຜນຍຸດທະສາດການຫັນປະເທດລາວ ຈາກບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ ແລະ ອະນຸພາກພື້ນ ແລະ ເປັນການສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ. ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ນະຄອນຊົງຊິ້ງ ໄດ້ມີບາດກ້າວໃໝ່, ໂດຍສະເພາະແມ່ນຜ່ານການນຳໃຊ້ລົດໄຟລາວ-ຈີນ ສົມທົບກັບແຜນຍຸດທະສາດເສັ້ນທາງບົກ ແລະ ທາງທະເລຂອງນະຄອນຊົງຊິ້ງ, ສອງຝ່າຍ ເຊື່ອໝັ້ນວ່າການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ນະຄອນຊົງຊິ້ງ ຈະມີຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.

ໃນມື້ດຽວກັນ ທ່ານ ເອກອັກຄະລັດຖະທູດລາວ ຍັງໄດ້ເຂົ້າຮ່ວມມີຄຳເຫັນໃນກອງປະຊຸມແນະນຳກາລະໂອກາດອັນໃໝ່ ພາຍໃຕ້ຫົວຂອບການຮ່ວມມື RCEP ແລະ ການຮ່ວມມືທາງດ້ານເສດຖະ ກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ນະຄອນຊົງຊິ້ງ, ຊຶ່ງຮ່ວມກັນຈັດໂດຍ ສະຖານເອກອັກຄະລັດຖະທູດລາວ ແລະ ຄະນະກຳມະທິການເສດຖະກິດ ແລະ ຄະນະກຳມະທິການເສດຖະກິດ- ການຄ້ານະຄອນຊົງຊິ້ງ.

ສອງຝ່າຍ ເຊື່ອໝັ້ນວ່າ ອີງໃສ່ເຕັກນິກ ແລະ ທຶນຮອນຂອງຝ່າຍຈີນ ບວກກັບທ່າແຮງບົ່ມຊ້ອນຫຼາຍດ້ານຂອງ ສປປ ລາວ, ຈະເຮັດໃຫ້ການຮ່ວມມືສອງຝ່າຍ ໄດ້ຮັບໝາກຜົນເປັນຢ່າງດີ ທີ່ຈະນຳເອົາຜົນປະໂຫຍດມາສູ່ສອງຝ່າຍ. ພ້ອມນັ້ນ, ທ່ານ ເອກອັກຄະລັດຖະທູດລາວ ຍັງໄດ້ເຂົ້າຮ່ວມເປັນສັກຂິພິຍານ ຮ່ວມກັບການນຳນະຄອນຊົງຊິ້ງ ໃນການເຊັນສັນຍາການຮ່ວມມືທາງດ້ານທຸລະກິດ-ການຄ້າ ແລະ ການຮ່ວມມືທາງດ້ານອາຊີວະສຶກສາ ຈຳນວນ 7 ສະບັບ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນກະຈາຍສິນຄ້ານໍາເຂົ້າ ແລະ ສົ່ງອອກ ລາວ-ຈີນ(ຊົງຊິ້ງ), ເຂົ້າຮ່ວມພິທີໄຂຕູ້ສິນຄ້ານຳເຂົ້າໂດຍຜ່ານລົດໄຟລາວ-ຈີນ ຕາມແລວຂົນສົ່ງທາງບົກ-ທາງທະເລແບບໃໝ່ (New Land-Sea corridor) ແລະ ໄດ້ໄປຢ້ຽມຊົມຫໍວາງສະແດງຜັງນະຄອນຊົງຊິ້ງ ແລະ ເຂດທ່ອງທ່ຽວມໍລະດົກໂລກອູຫລົງ ນະຄອນຊົງຊິ້ງຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here