Saturday, September 21, 2024
Homeຂ່າວຕ່າງປະເທດໃນ 6 ເດືອນຕົ້ນປີ GDP ຂອງຫວຽດນາມ ຄາດວ່າຈະບັນລຸ 6,42 %

ໃນ 6 ເດືອນຕົ້ນປີ GDP ຂອງຫວຽດນາມ ຄາດວ່າຈະບັນລຸ 6,42 %

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມທາງໄກຂອງລັດຖະບານຫວຽດນາມ ກັບບັນດາທ້ອງຖິ່ນ ແລະ ກອງປະຊຸມປະຈຳເດືອນ ມິຖຸນາ 2022 ຂອງລັດຖະບານຫວຽດນາມ ກ່ຽວກັບສະ ພາບເສດຖະກິດ – ສັງຄົມ ເດືອນ ມິຖຸນາ ແລະ 6 ເດືອນຕົ້ນປີ 2022 ໄດ້ເປີດຂຶ້ນໃນວັນທີ 4 ກໍລະກົດ ຜ່ານມາ. ພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຈາກສະ ຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ກອງປະຊຸມໄດ້ເຊື່ອມຕໍ່ກັບບັນດາສະຖານທີ່ເຊື່ອມຕໍ່ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.

ຂ່າວລະບຸວ່າ: ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ເສດຖະກິດ-ສັງຄົມ ຕົ້ນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ 2022 ມີສັນຍານດີໃນຂົງເຂດເກືອບທັງໝົດ, ມີດ້ານບຸກທະລຸ, ສ້າງຂີດໝາຍທີ່ເຂັ້ມຂົ້ນ. ເສດຖະກິດມະຫາພາກໄດ້ຮັບປະກັນລາຍຮັບ – ລາຍຈ່າຍງົບປະມານ, ການສົ່ງອອກ-ນຳເຂົ້າ, ການສະໜອງ ແລະ ຄວາມຕ້ອງການດ້ານແຮງງານ, ພະລັງງານ ແລະ ທັນຍາຫານ. ຂົງ ເຂດອຸດສາຫະກຳໄດ້ເຕີບໂຕ, ການບໍລິການຟື້ນຟູ ແລະ ຂະແໜງກະສິກຳພັດທະນາຢ່າງມີສະຖຽນລະພາບ. ລະດັບການເຕີບໂຕດ້ານເສດຖະກິດສູງພໍສົມຄວນ, ພິເສດແມ່ນໃນໄຕມາດ II ມີລະດັບການເຕີບໂຕສູງສຸດໃນຮອບເວລາ 11 ປີຜ່ານມາ.

ໃນໄລຍະຈະມາເຖິງ, ຄາດວ່າຈະຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ດັ່ງນັ້ນຄວນມີຄວາມຕັດສິນໃຈສູງກວ່າເກົ່າ, ມີຄວາມພະຍາຍາມຫຼາຍຂຶ້ນກວ່າເກົ່າ, ປະຕິບັດດ້ວຍຄວາມຮັບຜິດຊອບ, ມີປະສິດທິຜົນຈຶ່ງຈະບັນລຸໄດ້ບັນດາຄາດໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2022 ແລະ ໄລຍະ 2021 – 2025. ທ່ານ ຟ້າມມິງຈິງ ສະເໜີວ່າ: ເນື້ອໃນຈິດໃຈແມ່ນປຶກສາຫາລືຢ່າງກົງໄປກົງມາ, ຊີ້ແຈ້ງບັນດາວຽກງານທີ່ໄດ້ເຮັດແລ້ວ ແລະ ບໍ່ທັນເຮັດໄດ້ໃນ 6 ເດືອນຕົ້ນປີ; ຮັບຮູ້ຢ່າງພາວະວິໄສກ່ຽວກັບບັນຫາ ໝາກຜົນ, ສາເຫດ, ເປັນຕົ້ນແມ່ນສາເຫດອັດຕະວິໄສ, ບົດຮຽນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຕົ້ນຕໍໃນປັດຈຸບັນ. ພິເສດ, ບັນດາທ້ອງຖິ່ນຄວນແບ່ງປັນບັນດາບົດຮຽນທີ່ດີ ກໍ່ຄືສະເໜີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ບັນດາຈຸດສຸມໃນໄລຍະຈະມາເຖິງ.

ລາຍງານທີ່ກອງປະຊຸມ, ທ່ານ ຫງວຽນຈີ້ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ໄດ້ຮັບການຕີລາສູງຈາກປະຊາຄົມສາກົນ. ສະເລ່ຍ 6 ເດືອນຕົ້ນປີ, ຄາດວ່າລະດັບເຕີບໂຕ GDP ຈະບັນລຸ 6,42% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ສູງກວ່າເມື່ອທຽບໃສ່ແຜນການ, ເທົ່າກັບລະດັບສະເລ່ຍຂອງຊຸມປີກ່ອນເກີດພະຍາດລະບາດ ໂຄວິດ-19.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments