ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 4 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳ ໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ລາຍງານກ່ຽວກັບການສ້າງກົດໝາຍວ່າດ້ວຍວິຈິດສິນ ເຊິ່ງ ກົດໝາຍສະບັບນີ້, ປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາ. ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ, ສາມາດນຳໄປ ຈັດຕັ້ງປະຕິບັດກັບຂະແໜງການທີ່ກ່ຽວຂ້ອງ ໄດ້ຢ່າງມີປະສິດທິພາບ ແລະ ປະສິດສິຜົນ.

ທ່ານ ວັນສີ ກົວມົວໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍດັ່ງກ່າວວ່າ: ໃນຂະບວນວິວັດຂອງການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກອົງການ ການຄ້າໂລກ ແນ່ນອນມັນຈະເກີດຂໍ້ຂັດແຍ່ງ ໃນການດຳເນີນການແກ້ໄຂ ຂະບວນການຍຸຕິທຳຕາມກົດໝາຍລະ ຫວ່າງຊາດ ຫລື ສົນທິສັນຍາສາກົນທີ່ລັດຖະບານ ສປປ ລາວ ເປັນພາຄີ, ສະນັ້ນ, ຈຶ່ງເລັ່ງທວງໃຫ້ລັດເຮົາມີຄວາມຈຳເປັນ ຕ້ອງໄດ້ປັບປຸງດຳລັດວ່າດ້ວຍວິຈິດສິນ ໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ, ພ້ອມດຽວກັນນັ້ນ, ໃນທ້າຍປີ 2015 ກໍເຫັນວ່າລັດຖະບານແຫ່ງ ສປປ ລາວ ໄດ້ເປັນພາຄີ 2 ສົນທິສັນຍາຄື: ສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດ ຊັບສິນທາງວັດ ທະນະທໍາ ທີ່ຜິດກົດໝາຍ ຫລື (ສົນທິສັນຍາສາກົນ 1970) ແລະ ສົນທິສັນຍາສາກົນວ່າດ້ວຍ ຊັບສິນທາງວັດທະນະທຳທີ່ຖືກລັກລອບ ຫລື ສົ່ງອອກຜິດກົດໝາຍ ຫລື (ສົນທິສັນຍາສາກົນ 1995) ສົນທິສັນຍາທັງ 2 ສະບັບນີ້ ໄດ້ກຳນົດກ່ຽວກັບຄຳນິນາມ, ມາດຕະການ ແລະ ລະບຽບການຂອງສົນທິສັນຍາ.

ການປັບປຸງດຳລັດວິຈິດສິນ ໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ ໄດ້ຫັນເນື້ອໃນຂອງສົນທິສັນຍາສາກົນເຂົ້າໃນກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ ແລະເຮັດໃຫ້ການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ການປັບປຸງກົງຈັກ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງ ສປປ ລາວ ໂດຍສະເພາະແມ່ນ ການໂຮມບັນດາກົມກອງ ໃຫ້ກະທັດຫັດ ແລະ ໜັກແໜ້ນເຂັ້ມແຂງ, ພ້ອມດຽວກັນນັ້ນ ກໍໄດ້ເພີ່ມພາກສະມາຄົມ ເຊິ່ງເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີບົດບາດ ແລະ ມີສ່ວນຮ່ວມຢ່າງຈິງຈັງໃນການອະນຸລັກ, ປົກປັກຮັກສາ ສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ. ສະນັ້ນ, ພຶດຕິກໍາຕົວຈິງ ຈຶ່ງໄດ້ເລັ່ງທວງໃຫ້ລັດເຮົາມີຄວາມຈຳເປັນຕ້ອງໄດ້ປັບປຸງ ດຳລັດວ່າດ້ວຍວິຈິດສິນໃຫ້ເປັນ ກົດໝາຍວ່າດ້ວຍວິຈິດສິນ.

ທ່ານ ວັນສີ ກົວມົວ ຍັງໃຫ້ຮູ້ອີກວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມ ຈໍາເປັນກະຊວງ ຖວທ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງດຳລັດວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ ເພື່ອສຶກສາ, ຄົ້ນຄ້ວາສົນທິສັນຍາສາກົນ, ກົດໝາຍຂອງຕ່າງປະເທດ ແລະ ໄດ້ເລືອກເຟັ້ນເອົາບົດຮຽນຕ່າງໆ ຂອງບັນດາປະເທດໃກ້ຄຽງມາປັບປຸງກົດໝາຍສະບັບນີ້ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດ ຄ່ອງກັບລະບຽບຂັ້ນຕອນ, ເຕັກນິກຂອງການປັບປຸງກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ, ພ້ອມທັງໃຫ້ສອດຄ່ອງກັບຫລັກການລວມຂອງອາຊຽນ ແລະ ຂອງອົງການອຸຍແນສໂກ ແລະ ອົງການສະຫະປະຊາຊາດ(ສປຊ) ທີ່ ສປປ ລາວ ຮ່ວມລົງນາ ມແລະ ເປັນພາຄີ.

ຂ່າວ: ກິດຕາ

ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here