ຕອນແລງວັນທີ 1 ກໍລະກົດ 2022, ທີ່ໂຮງແຮມດອນຈັນພາເຣດ ນະຄອນຫລວງວຽງຈັນ ສະຖານທູດ ສປ ຈີນປະຈໍາ ສປປ ລາວໄດ້ຈັດກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງພັກຄອມມຸນິດຈີນ ຄົບຮອບ 101 ປີ ໂດຍໄດ້ມອບລາງວັນການແຂ່ງຂັນວິດີໂອສັ້ນແກ່ຜູ້ຊະນະເລີດ ແລະວັນຕ່າງໆໃຫ້ແກ່ຜູ້ເຂົ້າແຂ່ງຂັນ.

ຕາງໜ້າຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະທ່ານ ຈ່ຽງຈ່າຍຕົ່ງ ເອອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ການແຂ່ງຂັນວິດີໂອສັ້ນຄັ້ງນີ້ແມ່ນພາຍໃຕ້ຫົວຂໍ້ “ປະຊາຊົນຈີນບຸກບືນສູ້ຊົນເພື່ອຄວາມຝັນພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ເຊິ່ງສະຖານທູດ ສປ ຈີນປະຈໍາ ສປປ ລາວເປັນເຈົ້າພາບ ແລະຈັດໂດຍສູນວັດທະນະທໍາຈີນປະຈໍາລາວ ແລະສະໜັບສະໜູນໂດຍພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ.

ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີໄດ້ກ່າວສະແດງຄໍາເຫັນວ່າ: ການຈັດການແຂ່ງຂັນຖ່າຍວິດີໂອເລື່ອງສັ້ນໃນຄັ້ງນີ້ໄດ້ປະກອບສ່ວນສໍາຄັນຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ກໍຄື ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະ 101 ປີຜ່ານມາ ພັກຄອມມຸນິດຈີນໄດ້ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກໍາປະຫວັດສາດຂອງຕົນ, ຍຶດໝັ້ນໃນອຸດົມການສັງຄົມນິຍົມ ແລະຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະຊາຊົນຈີນອ້າຍນ້ອງຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດໃນແປວໄຟປະຕິວັດ, ສ້າງວິລະກໍາອັນລໍ້າເລີດ ແລະຍາດໄດ້ໄຊຊະນະອັນໃຫ່ຍຫລວງ, ມີຄວາມໝາຍປະຫວັດສາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ສະຖາປະນາສາທາລະນະລັດປະຊາຊົນຈີນຢ່າງສະຫງ່າຜ່າເຜີຍໃນວັນທີ 1 ຕຸລາ 1949 ອັນເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ. ເຊື່ອໝັ້ນວ່າພາຍໃຕ້ການນໍາພາອັນຖືກຕ້ອງ ເດັດດ່ຽວໜຽວແໜ້ນຂອງສູນກາງພັກຄອມມຸນິດຈີນ ທີ່ມີສະຫາຍເລຂາທິການໃຫ່ຍ ສີຈິ້ນຝິງ ເປັນແກນກາງ ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫ່ຍຫລວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ທັນສະໄໝທີ່ມີສີສັນພິເສດຂອງຈີນ.

LEAVE A REPLY

Please enter your comment!
Please enter your name here