Saturday, September 21, 2024
Homeຂ່າວພາຍໃນທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ

ໃນຕອນເຊົ້າວັນທີ 1 ກໍລະກົດ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກບັນດາກະຊວງ -ອົງການທີ່ກ່ຽວຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະ ເຂົ້າ ຮ່ວມຮັບຟັງການພົບປະໂອ້ລົມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ການນຳ-ພະນັກງານຫຼັກແຫຼ່ງ ເມືອງລ້ອງແຈ້ງ ແລະ ພາກທຸລະກິດ ທີ່ມີສ່ວນຮ່ວມ ໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງ.

ກ່ອນອື່ນ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາເສດ ຖະກິດ-ສັງຄົມ ຂອງເມືອງ ຈາກທ່ານ ອຸດອນ ສິງດາລາ ເຈົ້າເມືອງໆລ້ອງແຈ້ງ ໂດຍເຫັນໄດ້ສະພາບຈຸດພິເສດ, ທ່າແຮງພື້ນຖານ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ລວມທັງ ທິດທາງແຜນວຽກຈຸດສຸມພັດ ທະນາຂອງເມືອງ ໃນຕໍ່ໜ້າ. ໂດຍອີງໃສ່ເງື່ອນໄຂທີ່ຕັ້ງ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ສຸມໃສ່ພັດທະ ນາເມືອງລ້ອງແຈ້ງ 3 ດ້ານ ຄື: ສຸມໃສ່ສ້າງເມືອງລ້ອງແຈ້ງ ເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານ ໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ; ສຸມໃສ່ ສ້າງເມືອງລ້ອງແຈ້ງ ເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະ ຮ່ອງຮອຍປະຫວັດ ສາດ ແບບອະນຸລັກ; ແລະ ສຸມໃສ່ສ້າງກຸ່ມບ້ານນ້ຳຜາ ໃຫ້ເປັນບ້ານທີ່ມີການພັດທະນາ ແລະ ກາຍເປັນສີສັນຂອງຕົວເມືອງ ປະກົດຂຶ້ນ. ນອກຈາກນີ້ ຍັງໄດ້ຮັບຟັງການນຳສະເໜີແຜນໂຄງການພັດທະ ນາແຫຼ່ງທ່ອງທ່ຽວ ພູໝອກ-ພູຕະການ ແລະ ບັນດາກິດຈະການທີ່ຕິດພັນ ຈາກທ່ານປະທານກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ຕ້ອງສືບຕໍ່ເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງທ້ອງຖິ່ນຕົນ ຢ່າງຮອບດ້ານ ບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແທ້ໆ, ຫຼີກລ່ຽງແນວຄິດເອື່ອຍອີງ; ເພີ່ມສະຕິລະວັງຕົວ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງ ເພື່ອສ້າງປະກົດການຫຍໍ້ທໍ້ຕ່າງໆ ແລະ ກົດໜ່ວງຖ່ວງດຶງ ການພັດທະນາປະເທດຊາດ ກໍ່ຄືທ້ອງຖິ່ນພາຍໃນແຂວງໄຊສົມບູນ.

ພ້ອມກັນນີ້ ກໍໃຫ້ກະຊວງ- ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະ ເມືອງ ກວດກາຄືນ ແລະ ຄົ້ນຄວ້າປັບປຸງ ແຜນພັດທະນາດ້ານຕ່າງໆ ໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກັບສະພາບຕົວຈິງ ກວ່າເກົ່າ ໂດຍສະເພາະ ຂະແໜງ ແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດໃຫ້ເມືອງລ່ອງແຈ້ງ ກໍຄືແຂວງໄຊສົມບູນ ໄດ້ຮັບການພັດທະນາ ດີຂຶ້ນກວ່າເກົ່າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ເປັນກ້າວໆ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments