Saturday, September 21, 2024
Homeຂ່າວພາຍໃນສະຫະຣາຊະອານາຈັກອັງກິດ ມອບຊຸດປ້ອງກັນພະຍາດພະຍາດໂຄວິດ-19 (PPE) ຈຳນວນ 800,000 ຊຸດ ໃຫ້ແກ່ ກະຊວງສາທາລະນະສຸກ

ສະຫະຣາຊະອານາຈັກອັງກິດ ມອບຊຸດປ້ອງກັນພະຍາດພະຍາດໂຄວິດ-19 (PPE) ຈຳນວນ 800,000 ຊຸດ ໃຫ້ແກ່ ກະຊວງສາທາລະນະສຸກ

ໃນວັນສຸກ ວັນທີ 1 ກໍລະກົດ, ທ່ານ ຈອນ ເພຍຊັນ, ເອກອັກຄະລາຊະທູດ ສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ແລະ ທ່ານ ດຣ. ສະ​ໜອງ ທອງ​ຊະ​ນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມພິທີມອບ-ຮັບ ຊຸດປ້ອງກັນພະຍາດພະຍາດໂຄວິດ-19 ຈາກສະຫະຣາຊະອານາຈັກອັງກິດ ໃຫ້ແກ່ ສປປ ລາວ.

ສະຫະລາຊະອານາຈັກອັງກິດ ໄດ້ເປັນຄູ່ຮ່ວມມືໃນວຽກງານການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ ສປປ ລາວ ຢ່າງສະໝໍ່າສະເໝີ. ປັດຈຸບັນ, ສະຫະຣາຊະອານາຈັກ ໄດ້ມອບຊຸດປ້ອງກັນພະຍາດພະຍາດໂຄວິດ-19 ຈໍານວນ 800,000 ຊຸດ, ໃນ​ໄລ​ຍະ​ຜ່ານ​ມາ ຊ່ວຍ​ເຫຼືອ ວັກຊີນປ້ອງກັນພະຍາດໂຄວິດ-19 ຈຳ​ນວນ 700,000 ໂດສ ແລະ ງົບປະມານເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ-19 ຜ່ານທະນາຄານພັດທະນາອາຊີ.

ໃນປີ 2021, ສະຖານທູດ ໄດ້ໃຫ້ການສະໜັບສະໜູນການຄົ້ນຄວ້າ ກ່ຽວກັບ ການກ່ຽວພັນກັນລະຫວ່າງໄວຣັສໂຄໂຣນາໃນປະຊາກອນເຈຍທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ກັບ ພະຍາດໂຄວິດ-19. ສະຫະຣາຊະອານາຈັກ ຍັງໄດ້ປະກອບສ່ວນສະໜັບສະໜູນງົບປະມານ ເປັນຈຳນວນ 240,000 ໂດລາສະຫະລັດ ໃຫ້ແກ່ສະຖາບັນ ປັດສະເຕີ ລາວ ເພື່ອເປັນການສະໜັບສະໜູນສະຖາບັນໃນຖານະເປັນສະຖາບັນຄົ້ນຄວ້າ ທົດລອງ ແຖວໜ້າໃນການສຶກສາຄົ້ນຄວ້າ ແລະ ກວດວິເຄາະຫາເຊື້ອພະຍາດ COVID-19.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments