Sunday, September 22, 2024
Homeຂ່າວພາຍໃນຮັບຮອງເອົາ ບໍລິສັດ ຕິດຕັ້ງໂປຣແກຣມບັນຊີ ແລະ ໃບເກັບເງິນເຂົ້າໃນລະບົບອາກອນມູນຄ່າເພີ່ມ

ຮັບຮອງເອົາ ບໍລິສັດ ຕິດຕັ້ງໂປຣແກຣມບັນຊີ ແລະ ໃບເກັບເງິນເຂົ້າໃນລະບົບອາກອນມູນຄ່າເພີ່ມ

ພິທີເຊັນສັນຍາຮັບຮອງເອົາ ບໍລິສັດ ຕິດຕັ້ງລະບົບໂປຣແກຣມພິມໃບເກັບເງິນອາກອນມູນຄ່າເພີ່ມ ແລະ ໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ຫົວໜ່ວຍຈຸນລະວິສາຫະກິດ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ ຜ່ານມາ ທີ່ກົມສ່ວຍສາອາກອນໂດຍການຮ່ວມລົງນາມຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ (ໃນນາມຕາງໜ້າກະຊວງການເງິນ), ທ່ານ ຄໍາຫຼ້າ ສຸລິຍະສັກ ຜູ້ອໍານວຍການບໍລິສັດ ເອພີໄອເອັສ ຈໍາກັດ ແລະ ທ່ານ ໂດ້ ແກ້ວສີລາວົງ ຜູ້ອໍານວຍການບໍລິສັດທີເອັດສດີ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມໃນຄັ້ງນີ້ ເພື່ອຫັນເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ຈຳນວນ 14.000 ກວ່າຫົວໜ່ວຍພື້ນຖານ ຊຶ່ງເປັນໜຶ່ງໃນໜ້າວຽກຈຸດສຸມບຸລິມະສິດຂອງກະຊວງການເງິນ ໃນການຜັນຂະຫຍາຍຄຳສັ່ງເລກທີ 18/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ແລະ ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ຊຶ່ງການນຳໃຊ້ໃບເກັບເງິນ ແລະ ການຖືບັນຊີ ເປັນເງື່ອນໄຂຫຼັກຂອງຜູ້ເຂົ້າໃນລະບົບອາກອນມູນຄ່າເພີ່ມຈະຕ້ອງໄດ້ປະຕິບັດທີ່ເຫັນວ່າມີຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍໃຫ້ຫົວໜ່ວຍທຸລະກິດ. ໂປຣມແກຣມທີ່ດຳເນີນການຕິດຕັ້ງ ໃຫ້ຫົວໜ່ວຍເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມເປັນໂປຣແກຣມດຽວທີ່ຈະມີ 2 ເຄື່ອງມື ຢູ່ໃນລະບົບດຽວ ມີການອອກໃບເກັບເງິນ ແລະ ການບັນທຶກບັນຊີ ໝາຍຄວາມວ່າໂປຣແກຣມດັ່ງກ່າວຈະບັນທຶກເບື້ອງຂາຍ ຫຼື ເບື້ອງສົ້ນອອກອາກອນມູນຄ່າເພີ່ມເຂົ້າໃນໂປຣແກຣມບັນຊີແບບອັດຕະໂນມັດ ຊຶ່ງຈະອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ບໍ່ຈຳເປັນຕ້ອງໄດ້ບັນທຶກເບື້ອງສົ້ນອອກປະຈຳວັນເຂົ້າໃນລະບົບບັນຊີ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments