Sunday, September 22, 2024
Homeຂ່າວຕ່າງປະເທດສະຫຼຸບວຽກງານປ້ອງການ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ 2012-2022

ສະຫຼຸບວຽກງານປ້ອງການ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ 2012-2022

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 30 ມິຖຸນາ ຜ່ານມາ, ຢູ່ສໍານັກງານສູນກາງພັກ ກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄລຍະ 2012 – 2022 ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ຫົວໜ້າຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ເຂົ້າຮ່ວມກອງປະຊຸມ ມີທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ. ກອງປະຊຸມດັ່ງກ່າວໄດ້ເຊື່ອມຕໍ່ກັບສະຖານີຫຼາຍກວ່າ 4.100 ແຫ່ງ ທີ່ຖ່າຍທອດສົດໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 81.000 ຄົນ.

ຂ່າວລະບຸວ່າ: ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນຝູຈ້ອງ ຢັ້ງຢືນວ່າ: ວຽກງານພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງໃນໄລຍະຜ່ານມາໄດ້ຮັບການຊີ້ນຳ ແລະ ປະຕິບັດຢ່າງເປັນລະບົບ, ຄົບຊຸດ, ຂ້ຽວຂາດ ແລະ ມີປະສິດທິຜົນ. ຈາກສະພາບການຕົວຈິງຂອງວຽກງານນີ້, ທ່ານ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນ 6 ບົດຮຽນໃຫຍ່ ມີຄຸນຄ່າທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. ຕ້ອງມີທ່າທີຂ້ຽວຂາດແທ້, ບໍ່ຜ່ອນຜັນ, ຕ້ອງມີການກະທຳທີ່ຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນທີ່ສຸດ. ຫົວໜ້າຕ້ອງຮັບ ຜິດຊອບກ່ຽວກັບຈຸດອ່ອນ, ຂໍ້ຜິດພາດກ່ຽວກັບການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອົງການ, ສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນຂອງຕົນ. ຜູ້ທີ່ມີໜ້າທີ່ຕຳແໜ່ງ, ສິດອຳນາດຕ້ອງຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ; ພ້ອມທັງເພີ່ມທະວີການຕິດຕາມກວດກາ, ຄວບຄຸມການປະຕິບັດສິດອຳນາດຂອງຜູ້ມີໜ້າທີ່ຕຳແໜ່ງ, ສິດອຳນາດ ຢ່າງມີປະສິດທິຜົນ. ທຸກສິດອຳນາດຕ້ອງໄດ້ຮັບການຄວບຄຸມຢ່າງເຄັ່ງຄັດດ້ວຍກົນໄກ; ສິດອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ສິດອຳນາດຮອດໃສຄວາມຮັບຜິດຊອບຮອດຫັ້ນ, ສິດອຳນາດຍິ່ງສູງ ຄວາມຮັບຜິດຊອບຍິ່ງຫຼາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments