Sunday, September 22, 2024
Homeສາລະໜ້າຮູ້ວິທີຮັກສາຕຸ່ມຜື່ນຕາມຮ່າງກາຍ ຜື່ນຕາມໃບໜ້າ ໂດຍໃຊ້ວິທີທຳມະຊາດ

ວິທີຮັກສາຕຸ່ມຜື່ນຕາມຮ່າງກາຍ ຜື່ນຕາມໃບໜ້າ ໂດຍໃຊ້ວິທີທຳມະຊາດ

ມີອາການຄັນຄາຍ ແລະ ລຳຄານກັບອາການເຫຼົ່ານີ້ບໍ່ວ່າຈະເປັນຍ້ອນຍຸງ, ແມງໄມ້ກັດຕອດ ຫຼື ອາການແພ້ອື່ນໆ ມັນແມ່ນການທໍລະມານທີ່ສຸດໃນຄວາມເປັນຈິງຢ່າປ່ອຍໃຫ້ຄັນເປັນເວລາດົນນານ ພວກເຮົາມາຊອກຫາວິທີຮັກສາຜື່ນຄັນກັນດີກ່ວາ.

  • ອາບນໍ້າເຢັນ

ຊ່ວຍໄດ້ແທ້ໆ ເພາະວ່າຄວາມເຢັນຈະສາມາດຫຼຸດອາການຄັນ ຫຼື ແຊ່ໃນອ່າງນໍ້າເຢັນໝົດຕົນຕົວເລີຍຍີ່ງເັນການດີ.

  • ເຕັງນໍ້າເຢັນ

ດັ່ງທີ່ຂ້າພະເຈົ້າໄດ້ເວົ້າແລ້ວຄວາມເຢັນສາມາດຫຼຸດຜ່ອນອາການຄັນໄດ້ ສະນັ້ນຜູ້ໃດທີ່ບໍ່ອາບນໍ້າເຢັນ ຫຼື ແຊນໍ້າເຢັນ ການເຕັງນໍ້າເຢັນສາມາດຊ່ວຍໄດ້ ໂດຍການເອົາຜ້າເຊັດໂຕຊຸ່ມຊື້ນກັບນໍ້າເຢັນມາເຕັງໄວ້ປະມານ 30 ນາທີ ອາການຄັນຈະຫຼຸດລົງ ແລະ ຫ້າມເຕັງນໍ້າຮ້ອນເດັດຂາດ ເພາະມັນຈະເຮັດໃຫ້ມີອາການຄັນຫຼາຍຂື້ນກ່ວາເກົ່າ.

  • ໃຊ້ສານລະລາຍ bicarbonate

ເຮົາມາທົດລອງໃຊ້ວິທີທຳມະຊາດດ້ວຍການເອົາ baking Soda ສາມາດຮັກສາອາການຄັນໄດ້ ແລະ ໂດຍສະເພາະແມ່ນມີຜົນດີຕໍ່ອາການຄັນທີ່ເກີດຈາກເຜິ້ງ ຫຼື ແມງໄມ້ກັດ ວິທີການແມ່ນເອົາ baking Soda ລົງໃນອ່າງນໍ້າເຢັນ 1 ຖ້ວຍ ແລ້ວລົງໄປແຊໃນອ່າງນໍ້າທີ່ເຢັນ ແລະ ຫຼັງຈາກນັ້ນປະມານ 30 ນາທີ – 1 ຊົ່ວໂມງ ລ້າງຮ່າງກາຍໃຫ້ສະອາດ ອາການຄັນ ແລະ ຕຸ່ມຜື່ນຈະຫາຍໄປ.

  • ເຂົ້າໂອດ

ເຂົ້າໂອດມີສ່ວນປະກອບສານຕ້ານອະນຸມູນອິດສະຫຼະ ຊ່ວຍຜ່ອນຄາຍຜິວໜັງ ແລະ ຍັງຊ່ວຍຢັບຢັ້ງການລະຄາຍເຄືອງ ພວກເຮົາສາມາດໃຊ້ແປ້ງເຂົ້າໂອດ ຫຼື ແປ້ງເຂົ້າໂອດທີ່ບໍ່ໄດ້ຮັບການປຸງແຕ່ງໄດ້ທັງນັ້ນ ວິທີການແມ່ນສາມາດລົງແຊ່ ແລະ ຟອກຕົນຕົວໄດ້.

  • ການລົງແຊ່ນໍ້າ

ເອົາເຂົ້າໂອດລົງໄປໃນອ່າງອາບນໍ້າ ນໍ້າທີ່ໃຊ້ແລ້ວຄວນເຢັນ ຫຼື ນໍ້າອຸ່ນກໍ່ໄດ້ ຄວນຫຼີກລ່ຽງນໍ້າຮ້ອນເລີຍ ເພາະວ່ານໍ້າຮ້ອນຈະສົ່ງຜົນຮ້າຍຕໍ່ຜິວໜັງ ແລະ ຈະເຮັດໃຫ້ຮູ້ສຶກລະຄາຍເຄືອງຍິ່ງຂຶ້ນ ຫຼັງຈາກເອົາເຂົ້າໂອດ ແຊ່ປະມານ 1 ຊົ່ວໂມງຕໍ່ມື້ທຸກໆ ມື້ຈົນກວ່າອາການຈະຫາຍໄປ. ເອົາເຂົ້າໂອດປະສົມກັບນໍ້າໃນອັດຕາສ່ວນໃຫ້ພໍໜຽວ ແລະ ສາມາດນຳມາຟອກຕາມຕົນຕົວ ຟອກໄວ້ປະມານ 20 – 30 ນາທີ ຟອກທຸກໆ ມື້ຈົນກວ່າມັນຈະຫາຍດີ.

  • ໃຊ້ຫ້ວານຫາງແຂ້

ສຳລັບຜູ້ທີ່ປູກໄວ້ຢູ່ບ້ານ ພຽງແຕ່ຕັດເປັນຕ່ອນໆ ປອກເອົາເຈລພາຍໃນອອກມາ ເອົາໃສ່ບໍລິເວນທີ່ເປັນຕຸ່ມຜື່ນຄັນ ແລ້ວປ່ອຍເຂົ້າຊືມໃນຜິວໜັງ ເທົ່ານີ້ສາມາດຫຼຸດຜ່ອນອາການຂອງຜື່ນຄັນໄດ້.

ແຕ່ຖ້າຜະລິດຕະພັນທັງໝົດນີ້ນຳໃຊ້ແຕ່ບໍ່ໄດ້ຜົນ ຍິ່ງໄປກວ່ານັ້ນຕຸ່ມຜື່ນກໍ່ເພີ່ມຂື້ນ ສິ່ງທີ່ຄວນເຮັດແມ່ນຮີບຟ້າວໄປພົບແພດໝໍດ່ວນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments